ສ້າງລະບົບຊີວະພາບຫັນປ່ຽນດີຈີຕອນຂະແໜງ ອຸດສາຫະກຳ - ການຄ້າ

(VOVWORLD) - ການນຳກະຊວງອຸດສາຫະກຳ - ການຄ້າ ໃຫ້ຮູ້ວ່າ: ກະຊວງພວມສ້າງລະບົບຊີວະພາບຫັນປ່ຽນດີຈີຕອນໃນຂະແໜງອຸດສາຫະກຳ - ການຄ້າ ແລະ ຈະຜັນຂະຫຍາຍໃນໄລຍະຈະມາເຖິງ.

ຕອນເຊົ້າວັນທີ 16 ທັນວາ, ຢູ່ນະຄອນ ໂຮ່ຈີມິນ, ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດ ດີຈີຕອນ (ກະຊວງອຸດສາຫະກຳ - ການຄ້າຫວຽດນາມ) ຈັດເວທີປາໄສເຊື່ອມຕໍ່ວິສາຫະກິດຮ່ວມເດີນທາງ ຫັນປ່ຽນດີຈີຕອນຂະແໜງ ອຸດສາຫະກຳ - ການຄ້າ. ເຂົ້າຮ່ວມມີບັນດາວິສາຫະກິດສະໜອງບັນດາມາດຕະການສອບແວ ແລະ ວິສາຫະກິດຜະລິດ, ດຳເນີນທຸລະກິດ. ທີ່ກອງປະຊຸມ, ການນຳກະຊວງອຸດສາຫະກຳ - ການຄ້າ ໃຫ້ຮູ້ວ່າ: ກະຊວງພວມສ້າງລະບົບຊີວະພາບຫັນປ່ຽນດີຈີຕອນໃນຂະແໜງອຸດສາຫະກຳ - ການຄ້າ ແລະ ຈະຜັນຂະຫຍາຍໃນໄລຍະຈະມາເຖິງ. ເປົ້າໝາຍທຳອິດຂອງລະບົບຊີວະພາບນີ້ແມ່ນຕ້ອງປ່ຽນແປງສະຕິຄວາມຮັບຮູ້ຂອງປະຊາຄົມວິສາຫະກິດ ກ່ຽວກັບປະສິດທິຜົນຂອງການຫັນປ່ຽນດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ