ສ້າງລະບົບບັນດາຮາກຖານຄົ້ນຄວ້າວິທະຍາສາດເຕັກໂນໂລຊີແລະປ່ຽນແປງໃໝ່ປະດິດຄິດສ້າງ

(VOVWORLD) -ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຄວນກຳນົດຄືນນລະບົບບັນດາຮາກຖານຄົ້ນຄວ້າວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດຄິດສ້າງຂອງຫວຽດນາມ ໃນໄລຍະໃໝ່.
ສ້າງລະບົບບັນດາຮາກຖານຄົ້ນຄວ້າວິທະຍາສາດເຕັກໂນໂລຊີແລະປ່ຽນແປງໃໝ່ປະດິດຄິດສ້າງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(ພາບ: VGP)

ຕອນບ່າຍວັນທີ 13 ເມສາ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ໄດ້ຈັດກອງປະຊຸມກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຊີໃນໄລຍະຈະມາເຖິງ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ຖືວ່າ: ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຄວນກຳນົດຄືນນລະບົບບັນດາຮາກຖານຄົ້ນຄວ້າວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດຄິດສ້າງຂອງຫວຽດນາມ ໃນໄລຍະໃໝ່. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຄວນສືບຕໍ່ແກ້ໄຂສິ່ງທີ່ຍັງຄົງຄ້າງເພື່ອຊຸກຍູ້ວິທະຍາສາດເຕັກໂນໂລຊີແຫ່ງຊາດ, ຊຸກຍູ້ລະບົບສິ່ງປວດລ້ອມປ່ຽນແປງໃໝ່ປະດິດຄິດສ້າງ, ຄົ້ນຄວ້າບັນດາເຕັກໂນໂລຊີທີ່ເໝາະສົມກັບພຶດຕິກຳຕົວຈິງຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ເນັ້ນໜັກວ່າ.

        “ຂ້າພະເຈົ້າປາດຖະໜາວ່າ, ທ່ານລັດຖະມົນຕີ ແລະ ການນຳກະຊວງ ປຶກສາຫາລື ແລະ ຈະຍື່ນສະເໜີຕໍ່ລັດຖະບານໂດຍໄວ. ນອກຈາກສະຖາມະຫາບັນດິດ 2 ແຫ່ງ, ມະຫາວິທະຍາໄລ 2 ແຫ່ງ, ລະບົບບັນດາສະຖາບັນຄົ້ນຄວ້າຂອງບັນດາກະຊວງໃນປະຈຸບັນແລ້ວ, ມີບັນດາມະຫາວິທະຍາໄລຫຼາຍແຫ່ງກໍ່ປະຕິບັດການຄົ້ນຄວ້າ, ພິເສດແມ່ນສະຖາບັນຄົ້ນຄວ້າໃນວິສາຫະກິດ. ກຳນົດຢ່າງຈະແຈ້ງບັນດາເຕັກໂນໂລຊີຈຸດສຸມຂອງຊາດ ຂຶ້ນກັບທຸກຂະແໜງອາຊີບ. ໜຶ່ງໃນບັນດາມາດຕະຖານນັ້ນແມ່ນ ຜະລິດຕະພັນພູມປັນຍາ, ເຕັກໂນໂລຊີຂອງຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ