ສ້າງລະບອບນະໂຍບາຍໃຫ້ສົມບູນແບບເພື່ອພັດທະນາເສດຖະກິດ-ສັງຄົມ

ສ້າງລະບອບນະໂຍບາຍໃຫ້ສົມບູນແບບເພື່ອພັດທະນາເສດຖະກິດ-ສັງຄົມ - ảnh 1
(ລັດຖະບານ​ໄຂ​ວາລະ​ປະຊຸມ​ຄັ້ງທຳ​ອິດ)

(vovworld) – ​ ​ຕອນ​ບ່າຍ​ວັນ​ທີ 12/04 ລັດຖະບານ​ໄຂ​ວາລະ​ປະຊຸມ​ຄັ້ງທຳ​ອິດ ​ໂດຍ​ພາຍ​ໃຕ້​ການ​​ເປັນ​ປະທານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ທີ່​ວາລະ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ມອບ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ​ຂອງ​ປະທານ​ປະ​ເທ​ດສຳລັບ​ບັນດາ​ສະມາ​ຊິກ​ລັດຖະບານ​ຊຸດໃໝ່​ ​ແລະ ມອບ​ໜ້າ​ທີ່​ໃຫ້​ບັນດາ​ສະມາຊິກ​ລັດຖະບານ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ລັດຖະບານ​ພວມ​ປະ​ເຊີນໜ້າ​ກັບ​ສິ່ງ​ທ້າ​ທາຍ​ໃຫຍ່​ຫລາຍ​ຢ່າ​ງ ຊຶ່ງຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຄື: ປະກົດ​ການ​ໄພ​ແຫ້ງ​ແລ້ງ, ນ້ຳ​ທະ​ເລ​ຊຶມ​ເຂົ້າ​ຢ່າງ​ຮ້າຍ​ແຮງ​ຢູ່​ເຂດ​ ​ໄຕ​ງວຽນ ​ແລະ ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້; GDP ​ໄຕ​ມາດ 1/2016 ມີ​ສັນຍານ​ຫລຸ​ດລົງ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ…​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ລັດຖະບານ​ຕັດສິນ​ໃຈຮ່ວມ​ເດີນ​ທາງພ້ອມ​ກັບ​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ​ໃນ​ການ​ເຊື່ອມ​ໂຍງ; ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ​ໃຫ້​ໝັ້ນຄົງ; ຮັດ​ແໜ້ນການ​ປະຕິບັດ​ກົດ​ລະບຽບຂໍ້​ບັງຄັບ, ຕໍ່ສູ້ຕ້ານ​ໄພ​ສໍ້​ລາດ​ບັງ​ຫລວງ​, ການ​ຟຸມ​ເຟືອຍຢ່າງ​ເດັດດ່ຽວ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ຄະນະ​ລັດຖະບານ ຄວນ​ສືບ​ຕໍ່​ຮັກສາ, ​ເສີມ​ຂະຫຍາຍ​ຄວາມ​ສາມັກຄີ, ຮ່ວມ​ແຮງ​ຮ່ວມ​ໃຈ​ບໍລິຫານ​ເສດຖະກິດ - ສັງຄົມ​ໃຫ້ບັນລຸປະສິດທິ​ຜົນສູງ; ຍົກ​ສູງ​ຄວາມ​ຕັດສິນ​​ໃຈດ້ານ​ການ​​ເມືອງ, ຜ່ານ​ຜ່າທຸກຮົ້ວ​ກີດຂວາງ; ​ເພີ່ມ​ທະວີ​ການ​ຕໍ່​ສູ້​ຕ້ານ​ພະຍາດອາດຍາ​ສິດ, ປະຕິບັດ​ແບບຮູບ​​ການ​ໃນ​ການ​ຄຸ້ມ​ຄອງ, ບໍລິຫານ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ຄະນະ​ລັດຖະບານ​ສຸມ​ໃສ່​ຊອກ​ຫາ​ບັນດາ​ກຳລັງໃໝ່ ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ; ສືບ​ຕໍ່​ປ່ຽນ​ໃໝ່​ເປັນ​ຢ່າງ​ແຮງ, ​ໂປ່ງ​ໃສ, ​ເປີດ​ອົກ​ເປີດ​ໃຈ ​ແລະ ຕັດສິນບັນລຸ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ; ຈຳກັດປະກົດ​ການຢຸດ​ສະ​ງັກໃນ​ແຕ່​ລະ​ຂັ້ນ, ​ແຕ່ລະ​ຂະ​ແໜງການ; ​ແກ້​ໄຂ​ໃນ​ທຸກວຽກ​ງານຢ່າງ​ວ່ອງ​ໄວ ​ແລະ ທັນ​ການ. ກ່າວ​ຄຳ​ເຫັນ​ທີ​ວາລະ​ປະຊຸມ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ:

        “ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ​ມີ​ຫົວຄິດ​ປະດິດ​ສ້າງ, ຮັກ​ຊາດ, ຕັດສິນ​ໃຈບໍ່​ປະ​ໃຫ້​ງົບປະມານ​ຖືກ​ຂາດ​ແຄນ​, ວິ​ສາ​ຫະກິດ​ບໍ່​ສາມາດ​ເຄື່ອນ​ໄຫວ​ໄດ້, ບໍ່​ປະ​ໃຫ້​ປະຊາຊົນ​ຖືກອຶດຫິວ, ພະຍາດ​ແຜ່​ລະບາດ, ບໍ່​ປະ​ໃຫ້​ອະທິປະ​ໄຕ​ແຫ່ງ​ຊາດ​ຖືກ​ລ່ວງ​ລ້ຳ ​ແລະ ພິ​ເສດ​ ລັດຖະບານ​ບໍ່​ປະ​ໃຫ້​ເກີດ​ການ​ສໍ້​ລາດ​ບັງ​ຫລວງ​ປະກົດ, ການ​ຫຍໍ້​ທໍ້​ແຜ່​ລາມ​ອອກສູ່​ວົງ​ກ້ວາງ​ໃນ​ສັງ​ຄົມ”

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ບັນດາ​ສະມາຊິກ​ໃນ​ລັດຖະບານ ຍົກ​ສູງ​ໜ້າ​ທີ່​ຄວາມ​ຮັບຜິດຊອບ ​ແລະ ຕັດສິນ​ໃຈ​ດ້ານ​ການ​ເມືອງ, ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ ພ້ອມ​ກັນ​ມານະ​ພະຍາຍາມ​ຜ່ານ​ຜ່າ​ທຸກ​ຮົ້ວກີດຂວາງ, ຄວາມ​ຫຍຸ້ງຍາກ ​ແລະ ສິ່ງທ້າ​ທາຍ ​ເສີມ​ຂະຫຍາຍ​ບັນດາ​ແຫຼ່ງກຳລັງ​ຮັບ​ໃຊ້​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ ສືບ​ຕໍ່​ປ່ຽນ​ໃໝ່​ຢ່າງ​ແຮ​ງກ່ວາ

ຂ່າວ/ບົດ​ອື່ນ