ສ້າງລາຍການສັງລວມການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ລາຍການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມໃຫ້ສົມບູນແບບ

(VOVWORLD) -ການຮັບມື ແລະ ພັດທະນາຂອງແຕ່ລະປະເທດຕໍ່ຜົນຮ້າຍຍ້ອນໂລກລະບາດໂຄວິດ - 19 ໃນສັງກາດດີຈີຕອນ ແລະ ໂລກາພິວັດໃນປະຈຸບັນ ເປັນບັນຫາໃຫຍ່, ທັງຮີບດ່ວນ, ທັງແກ່ຍາວ
ສ້າງລາຍການສັງລວມການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ລາຍການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມໃຫ້ສົມບູນແບບ - ảnh 1(ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ)

ຕອນເຊົ້າວັນທີ 6 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ເປັນປະທານວາລະຄົບຄະນະ ເວທີປາໄສຂັ້ນສູງປະຈຳປີຄັ້ງທີ 3 ກ່ຽວກັບອຸດສາຫະກຳ 4.0 ໂດຍໄດ້ຄະນະເສດຖະກິດສູນກາງຈັດຂຶ້ນແບບທາງໄກ ແລະ ໂດຍກົງ. ຫົວຂໍ້ຂອງເວທີປາໄສຄັ້ງນີ້ແມ່ນ “ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມແບບຍືນຍົງໄລຍະຫຼັງໂຄວິດ - 19 ແລະ ຍູ້ແຮງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝໃນສັງກາດດີຈີຕອນ”.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການຮັບມື ແລະ ພັດທະນາຂອງແຕ່ລະປະເທດຕໍ່ຜົນຮ້າຍຍ້ອນໂລກລະບາດໂຄວິດ - 19 ໃນສັງກາດດີຈີຕອນ ແລະ ໂລກາພິວັດໃນປະຈຸບັນ ເປັນບັນຫາໃຫຍ່, ທັງຮີບດ່ວນ, ທັງແກ່ຍາວ; ພິເສດແມ່ນຜົນກະທົບຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ນັບມື້ນັບເລິກເຊິ່ງກວ້າງຂວາງ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ລັດຖະບານພວມສຸມໃສ່ສ້າງລາຍການສັງລວມການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ລາຍການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມໃຫ້ສົມບູນແບບ. ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍດ້ວຍທິດນຳຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ, ເພີ່ມທະວີລະບົບການແພດຂັ້ນຮາກຖານ, ຮັບຜິດຊອບການສະໜອງວັກຊິນ, ຢາປິ່ນປົວຢ່າງພຽງພໍ, ແກ້ໄຂຂໍ້ຫຍຸ້ງຍາກໃຫ້ການຜະລິດດຳເນີນທຸລະກິດ, ຮັບໃຊ້ໃຫ້ວິສາຫະກິດເປັນຢ່າງດີ, ໂດຍສະເພາະແມ່ນໂຄງລ່າງຍຸດທະສາດ ບົນພື້ນຖານການຫັນປຽນດີຈີຕອນ, ພັດທະນາເສດຖະກິດ - ສັງຄົມດີຈີຕອນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ກ່າວວ່າ:

“ເສີມຂະຫຍາຍປັດໃຈມະນຸດຢ່າງສຸດຂີດ, ຖືມະນຸດທັງເປັນໃຈກາງ, ທັງເປັນເຈົ້າຂອງ, ທັງເປັນເປົ້າໝາຍ, ເປັນກຳລັງໜູນໃຫ້ແກ່ການພັດທະນາ. ພວກເຮົາບໍ່ຕ້ອງເສຍສະຫຼະການຮັບປະກັນຊີວິດສັງຄົມ, ສິ່ງແວດລ້ອມ ເພື່ອເດີນຕາມການເຕີບໂຕທຳມະດາ. ຮັກສາສະພາບແວດລ້ອມແຫ່ງສັນຕິພາບດ້ານການເມືອງ, ສັງຄົມ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍົກສູງປະສິດທິຜົນການພົວພັນກັບຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ, ເພື່ອສ້າງສະພາບແວດລ້ອມ ແລະ ເງື່ອນໄຂສະດວກໃຫ້ແກ່ການພັດທະນາປະເທດຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ