ສ້າງວິໄສທັດການພົວພັນຄູ່ຮ່ວມມື ອາຊີ - ເອີຣົບ ຮອບດ້ານໃນສະຕະວັດທີ 21

(VOVWORLD) - ຕອນບ່າຍວັນທີ 30 ພະຈິກ, ທີ່ດ່າໜັງ, ຢູ່ນອກກອງປະຊຸມສະພາບັນດາຜູ້ວ່າການກອງທຶນ ອາຊີ - ເອີຣົບ (ASEF) ຄັ້ງທີ 37, 
ສ້າງວິໄສທັດການພົວພັນຄູ່ຮ່ວມມື ອາຊີ - ເອີຣົບ ຮອບດ້ານໃນສະຕະວັດທີ 21 - ảnh 1 ການໂອ້ລົມສົນທະນາກ່ຽວກັບການ “ສ້າງວິໄສທັດການພົວພັນຄູ່ຮ່ວມມື ອາຊີ - ເອີຣົບ ຮອບດ້ານໃຫ້ສະຕະວັດທີ 21”

ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບກອງທຶນ ອາຊີ - ເອີຣົບ ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບການ “ສ້າງວິໄສທັດການພົວພັນຄູ່ຮ່ວມມື ອາຊີ - ເອີຣົບ ຮອບດ້ານໃຫ້ສະຕະວັດທີ 21”.

        ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງລັດຖະມົນຕີ, ຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບູຍແທງເຊີນ ຕີລາຄາວ່າ ເວທີປາໄສຮ່ວມມື ອາຊີ - ເອີຣົບ (ASEM), ໃນນັ້ນມີການປະກອບສ່ວນສຳຄັນຂອງ ASEF, ໄດ້ພັດທະນາລື່ນກາຍຄວາມມຸ່ງຫວັງໃນເບື້ອງຕົ້ນ, ກາຍເປັນເວທີປາໄສເຊື່ອມຕໍ່, ຮ່ວມສຳພັນລະຫວ່າງບັນດາປະເທດ, ບັນດາພື້ນຖານສີວິໄລ ແລະ ຕິດພັນປະຊາຊົນ, ວິສາຫະກິດ 2 ທະວີບ ອາຊີ - ເອີຣົບ. ທ່ານຮອງລັດຖະມົນຕີ ບູຍແທງເຊີນ ເນັ້ນໜັກວ່າ ການພົວພັນຄູ່ຮ່ວມມື ອາຊີ - ເອີຣົບ ພວມຫັນປ່ຽນດ້ວຍບັນດາເນື້ອໃນຮ່ວມມື ແລະ ຮ່ວມສຳພັນຢ່າງເລິກເຊິ່ງກ້ວາງຂວາງ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ບັນດາສະມາຊິກໃນຄວາມມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຟື້ນຟູເສດຖະກິດ, ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກເທືຶ່ອລະກ້າວ.

        ທ່ານຮອງລັດຖະມົນຕີ ບູຍແທງເຊີນ ຢືນຢັນວ່າ ດ້ວຍການຜັນຂະຫຍາຍນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ ແລະ ເປັນເຈົ້າການໃນການພົວພັນຕ່າງປະເທດຫລາຍຝ່າຍ, ຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ່ນກັບບັນດາຄູ່ຮ່ວມມືໃນ ASEM ເພື່ອສ້າງວິໄສທັດໃຫ້ເວທີປາໄສ ASEM ມີຄວາມຮັບຜິດຊອບ ແລະ ມີຄວາມສາມາດເໝາະສົມໃນສະພາບການພວມສ້າງເປັນຮູບປະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ