ສ້າງສິ່ງແວດລ້ອມການທ່ອງທ່ຽວປອດຄວັນຢາສູບຢູ່ບັນດາປະເທດ ອາຊຽນ

(VOVWORLD) - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແນະນຳ, ໂຄສະນາບັນດາສະຖານທີ່, ນະຄອນທ່ອງທ່ຽວ ແລະ ບັນດາມໍລະດົກວັດທະນະທຳທ່ອງທ່ຽວປອດຄວັນຢາສູບ; ແບ່ງປັນບົດຮຽນລະຫວ່າງປະເທດຕ່າງໆ
ສ້າງສິ່ງແວດລ້ອມການທ່ອງທ່ຽວປອດຄວັນຢາສູບຢູ່ບັນດາປະເທດ ອາຊຽນ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ກອງປະຊຸມບັນດາປະເທດພາກພື້ນ ອາຊຽນ ກ່ຽວກັບການສ້າງນະຄອນປອດຄວັນຢາສູບຄັ້ງທີ 6 ຈັດຕັ້ງໃນຕອນເຊົ້າວັນທີ 20 ພະຈິກ, ຢູ່ນະຄອນ ໂຫ້ຍອານ, ແຂວງ ກວາງນາມ. ກອງປະຊຸມໂດຍກອງທຶນປ້ອງກັນ, ຕ້ານຜົນຮ້າຍຈາກຢາສູບ, ກະຊວງສາທາລະນະສຸກສົມທົບກັບສະຫະພັນປ້ອງກັນ, ຕ້ານຜົນຮ້າຍຂອງຢາສູບ ອາຊີຕາເວັນອອກສ່ຽງໃຕ້, ອົງການອະນາໄມໂລກພາກພື້ນ ປາຊິຟິກຕາເວັນຕົກຈັດຕັ້ງ.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແນະນຳ, ໂຄສະນາບັນດາສະຖານທີ່, ນະຄອນທ່ອງທ່ຽວ ແລະ ບັນດາມໍລະດົກວັດທະນະທຳທ່ອງທ່ຽວປອດຄວັນຢາສູບ; ແບ່ງປັນບົດຮຽນລະຫວ່າງປະເທດຕ່າງໆ, ນະຄອນ, ສະຖານທີ່ທ່ອງທ່ຽວໃນພາກພື້ນ ອາຊຽນ ແລະ ອາຊີປາຊີຟິກ ກ່ຽວກັບການສ້າງການທ່ອງທ່ຽວປອດຄວັນຢາສູບ ກໍ່ຄືການຮ່ວມມືກ່ຽວກັບການປະຕິບັດການທ່ອງທ່ຽວປອດຄວັນຢາສູບລະຫວ່າງບັນດາປະເທດໃນພາກພື້ນ.

        ທ່ານສາດສະດາຈານ, ປອ ຫງວຽນວຽດຕ໊ຽນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເນັ້ນໜັກວ່າ:

        “ເລື່ອງສ້າງການທ່ອງທ່ຽວປອດຄວັນຢາສູບ ບໍ່ພຽງແຕ່ຊ່ວຍສ້າງພາບພົດການທ່ອງທ່ຽວຂຽວ, ສະອາດ, ສວຍງາມໃນສາຍຕາແຂກທ່ອງທ່ຽວສາກົນເທົ່ານັ້ນ ຫາກຍັງຊ່ວຍປົກປັກຮັກສາສຸຂະພາບໃຫ້ທຸກໆຄົນອີກດ້ວຍ.”

ຕອບກັບ

ຂ່າວ/ບົດ​ອື່ນ