ສ້າງສູນນະວັດຕະກຳ ຫວຽດນາມ - ສິງກະໂປ ຢູ່ບິ່ງເຢືອງ

(VOVWORLD) - ສູນມີໜ້າທີ່ເຊື່ອມຕໍ່, ສ້າງການກຳນົດທິດ, ສ້າງສະພາບແວດລ້ອມແຫ່ງການຄົ້ນຄ້ວາວິທະຍາສາດ ແລະ ເຕັກໂນໂລຊີ; ໜູນຊ່ວຍວິສາຫະກິດຫັນປ່ຽນເຕັກໂນໂລຊີ,
ສ້າງສູນນະວັດຕະກຳ ຫວຽດນາມ - ສິງກະໂປ ຢູ່ບິ່ງເຢືອງ - ảnh 1(ພາບປະກອບຈາກ Chí Tưởng/TTXVN)

ວັນທີ 28 ສິງຫາ, ທ່ານ ຫວໍວັນມິນ, ປະທານຄະນະກຳມະການປະຊາຊົນແຂວງ ບິ່ງເຢືອງ ໄດ້ເຊັນຂໍ້ຕົກລົງວ່າດ້ວຍການສ້າງສູນນະວັດຕະກຳ ຫວຽດນາມ - ສິງກະໂປ ຢູ່ແຂວງ ບິ່ງເຢືອງ. ສູນມີໜ້າທີ່ເຊື່ອມຕໍ່, ສ້າງການກຳນົດທິດ, ສ້າງສະພາບແວດລ້ອມແຫ່ງການຄົ້ນຄ້ວາວິທະຍາສາດ ແລະ ເຕັກໂນໂລຊີ; ໜູນຊ່ວຍວິສາຫະກິດຫັນປ່ຽນເຕັກໂນໂລຊີ, ຮູບແບບການຜະລິດດຳເນີນທຸລະກິດຕອບສະໜອງທ່າອ່ຽງການປະຕິວັດອຸດສາຫະກຳຄັ້ງທີ 4; ໜູນຊ່ວຍ ແລະ ຊຸກຍູ້ບັນດາໂຄງການນະວັດຕະກຳ, ສຸມໃສ່ບັນດາຂົງເຂດຄົ້ນຄ້ວາພັດທະນາ, ສ້າງລະບົບຊີວະນາໆພັນໃໝ່ໃຫ້ແກ່ປະຊາຄົມວິສາຫະກິດ; ດຶງດູດບັນດາພາກສ່ວນ ແລະ ແຫຼ່ງກຳລັງສັງຄົມພ້ອມກັນກໍ່ເຂົ້າຮ່ວມເພື່ອສ້າງຮູບແບບ, ຜະລິດຕະພັນ, ໂຄງການ ເພື່ອແນໃສ່ຊຸກຍູ້ການພັດທະນາຂອງແຂວງ ບິ່ງເຢືອງ ໃນໄລຍະໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ