ສ້າງ​ສູນ​ອາ​ຊຽນ​ຮັບ​ມື​ກັບ​ບັນ​ດາ​ກໍ​ລະ​ນີ​ການ​ແພດ​ສຸກ​ເສີນ ແລະ ໂລກ​ລະ​ບາດ​ເກີດ​ໃໝ່​ຢູ່​ໄທ

(VOVWORLD) - ບັນດາປະເທດ ອາຊຽນ ຫາກໍ່ເລືອກເອົາໄທ ແມ່ນສະຖານທີ່ສ້າງສູນ ອາຊຽນຮັບມືກັບບັນດາກໍລະນີການແພດສຸກເສີນ ແລະ ໂລກລະບາດເກີດໃໝ່ໃນພາກພື້ນ.

ສ້າງ​ສູນ​ອາ​ຊຽນ​ຮັບ​ມື​ກັບ​ບັນ​ດາ​ກໍ​ລະ​ນີ​ການ​ແພດ​ສຸກ​ເສີນ ແລະ ໂລກ​ລະ​ບາດ​ເກີດ​ໃໝ່​ຢູ່​ໄທ - ảnh 1ທ່ານ Kiattiphum Wongrajit ເລຂາຜູ້ປະຈຳການກະຊວງສາທາລະນະສຸກ ໄທ (ພາບ:  pr.moph.go.th)

ຕາມທ່ານ Kiattiphum Wongrajit ເລຂາຜູ້ປະຈຳການກະຊວງສາທາລະນະສຸກ ໄທແລ້ວ, ສູນນີ້ຈະປະກອບສ່ວນເພີ່ມທະວີກຳລັງຄວາມສາມາດຂອງອາຊຽນ ໃນການແກ້ໄຂບັນດາກໍລະນີສຸກເສີນ ກ່ຽວກັບສຸຂະພາບປະຊາຄົມ ແລະ ໂລກລະບາດເກີດໃໝ່. ທ່ານ Kiattiphum Wongrajit ກໍ່ໃຫ້ຮູ້ວ່າ ໂຄງການສ້າງຕັ້ງສູນ ອາຊຽນຮັບມືກັບບັນດາກໍລະນີການແພດສຸກເສີນ ແລະ ພະຍາດເກີດໃຫມ່ ໄດ້ຮນອການອະນຸມັດຜ່ານເມື່ອປີ 2020,  ດ້ວຍການໜູນຊ່ວຍຈາກລັດຖະບານ ຍີ່ປຸ່ນ ຜ່ານກອງທຶນປະສານສົມທົບຍີ່ປຸ່ນ - ອາຊຽນ. ປີ 2021, ຍີ່ປຸ່ນໄດ້ສະໜອງບ້ວງເງິນຂຶ້ນເຖິງ 50 ລ້ານ USD ໃຫ້ແກ່ໄລຍະສຸດທ້າຍຂອງການສ້າງຕັ້ງຮາກຖານອາໄສຢູ່ປະເທດໜຶ່ງໄດ້ຮັບການຄັດເລືອກ. ໄທຈະດຳເນີນພິທີເລີ່ມລົງມືກໍ່ສ້າງສູນຢ່າງເປັນທາງການໃນວັນທີ 26 ສິງຫາຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ