ສ້າງ​ສະ​ຖິ​ຕິ ດ້ວຍ​ອາ​ຫານ​ແຊ​ບ 69 ເຍື່ອງ​ທີ່​ໄດ້​ປຸງ​ແຕ່ງ​ຈາກ ກະ​ປູ ກາ​ເມົາ

(VOVWORLD) -ຕອນບ່າຍວັນທີ 25 ທັນວາ, ຢູ່ນະຄອນ ກາເມົາ ໄດ້ດຳເນີນການແຂ່ງຂັນ ລາຊາພໍ່ຄົວແມ່ຄົວ ກະປູ ແລະ ສ້າງສະຖິຕິດ້ວຍອາຫານແຊບ 69 ເຍື່ອງ ທີ່ໄດ້ປຸງແຕ່ງຈາກ ກະປູ ກາເມົາ.
ສ້າງ​ສະ​ຖິ​ຕິ ດ້ວຍ​ອາ​ຫານ​ແຊ​ບ 69 ເຍື່ອງ​ທີ່​ໄດ້​ປຸງ​ແຕ່ງ​ຈາກ ກະ​ປູ ກາ​ເມົາ - ảnh 1ພິທີມອບລາງວັນ ລາຊາ ພໍ່ຄົວແມ່ຄົວ ກະປູ  ກາເມົາ (ພາບ: baocamau.com.vn)

ໂດຍນອນໃນຂອບເຂດຂອງວັນບຸນ ກະປູ ກາເມົາ ຫວຽດນາມ  ຄັ້ງທີ 1 ປີ 2022, ຕອນບ່າຍວັນທີ 25 ທັນວາ, ຢູ່ນະຄອນ ກາເມົາ ໄດ້ດຳເນີນການແຂ່ງຂັນ ລາຊາພໍ່ຄົວແມ່ຄົວ ກະປູ ແລະ ສ້າງສະຖິຕິດ້ວຍອາຫານແຊບ 69 ເຍື່ອງ ທີ່ໄດ້ປຸງແຕ່ງຈາກ ກະປູ ກາເມົາ.

ມີທັງໝົດ 15 ທິມເຂົ້າຮ່ວມການປຸງແຕ່ງອາຫານ. ໝາກຜົນແມ່ນ ພັດທະຄານ ຮວ່າງຮົນ - ເດິດໝຸຍ, ເມືອງ ງອກຮ່ຽນ, ແຂວງ ກາເມົາ ຄວ້າໄດ້ລາງວັນທີ 1.

ອົງການສະຖິຕິຂອງ ຫວຽດນາມ ໄດ້ມອບຂໍ້ຕົກລົງຢັ້ງຢືນການສ້າງສະຖິຕິຂອງ ຫວຽດນາມ ດ້ວຍເນື້ອໃນ “ເຫດການປຸງແຕ່ງ ແລະ ວາງສະແດງເຍື່ອງອາຫານທີ່ປຸງແຕ່ງຈາກ ກະປູ ກາເມົາ ຫຼາຍທີ່ສຸດໃນ ຫວຽດນາມ (69 ເຍື່ອງ) ໃຫ້ແກ່ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກາເມົາ.

        ວັນບຸນກະປູ ກາເມົາ ຄັ້ງທີ 1 ປິ 2022 ຖືກຈັດຂຶ້ນດ້ວຍຫົວຂໍ້ “ກະປູ ກາເມົາ - ຈຸດນັດພົບຂອງວັດທະນະທຳອາຫານການກິນ” ໄດ້ດຳເນີນແຕ່ວັນທີ 23 ຫາວັນທີ 31 ທັນວາ ຈຶ່ງອັດລົງ.  

ຕອບກັບ

ຂ່າວ/ບົດ​ອື່ນ