ສ້າງສະພາບແວດລ້ອມນະໂຍບາຍທີ່ດີ ເພື່ອໃຫ້ແມ່ຍິງເຂົ້າຮ່ວມຂົງເຂດເສດຖະກິດ

(VOVWORLD) - ວັນທີ 28 ກັນຍາ, ການສົນທະນາພາກລັດ   - ເອກະຊົນ ກ່ຽວກັບແມ່ຍິງ ແລະ ເສດຖະກິດ APEC ຈະໄດ້ຈັດຕັ້ງຢູ່ນະຄອນ ເຫ້ວ. ນີ້ແມ່ນໜຶ່ງ ໃນ ສາມເຫດການຕົ້ນຕໍໃນຂອບເຂດເວທີປາໄສແມ່ຍິງ ແລະ ເສດຖະກິດ ໃນ APEC 2017. 
ສ້າງສະພາບແວດລ້ອມນະໂຍບາຍທີ່ດີ ເພື່ອໃຫ້ແມ່ຍິງເຂົ້າຮ່ວມຂົງເຂດເສດຖະກິດ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄູ່ເຈລະຈານະໂຍບາຍກ່ຽວກັບແມ່ຍິງ ແລະ ເສດຖະກິດ APEC 

ດ້ວຍຫຼາຍວາລະປຶກສາຫາລື, ການສົນທະນາຈະຍົກອອກຫຼາຍຂໍ້ສະເໜີແນະ ເພື່ອຍື່ນສະເໜີຕໍ່ກອງປະຊຸມຂັ້ນລັດຖະມົນຕີ ຊຶ່ງຈະດຳເນີນຫຼັງຈາກນັ້ນວັນໜຶ່ງ. ທ່ານນາງ ຫງວຽນທິຕ໋ວຽນມີງ, ປະທານສະພານັກທຸລະກິດຍິງ ຫວຽດນາມ (ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ) ໃຫ້ຮູ້ວ່າ:

        “ສານຂອງ ຫວຽດນາມ ແມ່ນໜູນຊ່ວຍ ມຸ່ງໄປເຖິງມີວິສາຫະກິດ 1 ລ້ານແຫ່ງໃນປີ 2020 ແລະ ນີ້ກໍ່ແມ່ນກົນໄກເພື່ອໃຫ້ພວກເຮົາຍົກອອກບັນດາຂໍ້ສະເໜີແນະກັບ 21 ພື້ນຖານເສດຖະກິດສະມາຊິກໃນການສ້າງເງື່ອນໄຂສະດວກດ້ານນະໂຍບາຍເພື່ອໃຫ້ແມ່ຍິງເຂົ້າຮ່ວມຂົງເຂດເສດຖະກິດ. ສານທີສອງແມ່ນພວກເຮົາຈະສ້າງເປັນລະບົບເພື່ອໃຫ້ແມ່ຍິງ ແລະ ນັກທຸລະກິດຍິງເຊື່ອມຕໍ່, ຊຸກຍູ້ການກຳນົດທຸລະກິດຢ່າງມີປະສິດທິຜົນກ່ວາ ແລະ ເຊື່ອມໂຍງໃນສັງກາດດີຈີຕອນຢ່າງສຳເລັດຜົນ.”

ຕອບກັບ

ຂ່າວ/ບົດ​ອື່ນ