ສ້າງສະພາບແວດລ້ອມແຫ່ງການລົງທຶນ,ດຳເນີນທຸລະກິດຢ່າງສະດວກໃຫ້ແກ່ການພັດທະນາເສດຖະກິດພາກເອກະຊົນ

ສ້າງສະພາບແວດລ້ອມແຫ່ງການລົງທຶນ,ດຳເນີນທຸລະກິດຢ່າງສະດວກໃຫ້ແກ່ການພັດທະນາເສດຖະກິດພາກເອກະຊົນ - ảnh 1
​ທ່ານ ຫງວຽນ​ວັນ​ບີງ, ຫົວ​ຫ​ນ້າ​ຄະ​ນ​ະ​ເສດ​ຖະ​ກິດ​ສູນ​ກາງ


(VOVworld)- ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ນັບ​ມື້​ນັບ​ປະ​ກອບ​ສ່ວນ​ໃຫ​ຍ່​ຫລວງກວ່າ​ໃຫ້​ແກ່​ການ​ເຕີບ​ໂຕ ແລະ ຫັນ​ປ່ຽ​ນ​ອົງ​ປະ​ກອບ​ເສດ​ຖະ​ກິດ. ຄວນ​ມີ​ບັນ​ດາ​ມາດ​ຕະ​ການ​ໃຫ​ຍ່​ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ​ດຳ​ເນີນ​ທຸ​ລະ​ກິດຢ່າງ​ສະ​ດວກ​ໃຫ​້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ ຫງວຽນ​ວັນ​ບີງ, ຫົວ​ຫ​ນ້າ​ຄະ​ນ​ະ​ເສດ​ຖະ​ກິດ​ສູນ​ກາງ ທີ່​ເວ​ທີ​ປາ​ໄສ “ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມຂອງ​ປະ​ເທດ​ຊາດ​ຄັ້ງ​ທີ 2017” ຈັດ​ຕັ້ງ​ໃນ​ວັນ​ທີ 26/4 ຢູ່ ຮ່າ​ໂນ້ຍ. ທ່ານ ຫງວຽນ​ວັນ​ບີງ ກໍ່​ໄດ້​ເນັ້ນ​ຫ​ນັກ​ວ່າ ໃນ​ຊ​ຸມ​ປີມໍ່ໆ​ມານີ້, ປະ​ສິດ​ທິ​ຜົນ​ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ, ຫົວ​ຫ​ນ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ຖື​ວ່າ:

        “ທີ​ຫ​ນຶ່ງ ກຳ​ນົດ​ທິດ, ວາງ​ຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ຮອດ​ປີ 2025, ວິ​ໄສ​ທັດ​ຮອດ​ປີ 2035 ຄວນ​ໄດ້​ຮັບ​ການ​ກຳ​ນົດ, ເຮັດ​ແຈ້ງ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ພຶດ​ຕິ​ກຳ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ແລະ ທ່າ​ອ່ຽງ​ຂອງ​ຍຸກ​ປະ​ຈຸ​ບັນ. ທີ​ສອງ ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ສະ​ດວກ​ໃຫ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ. ທີ​ສາມ ​ຕ້ອງ​ມີມາດ​ຕະ​ການ​ໃຫ​ຍ່​ເພື່ອ​ຫ​ນູນ​ຊ່ວຍ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ປ່ຽ​ນ​ໃຫມ່​ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ຫັນ​ເຕັກ​ໂນ​ໂລ​ຊີ​ເປັນ​ທັນ​ສະ​ໄຫມ ແລະ ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ. ທີ 4, ສະ​ເຫ​ນີ​ບັນ​ດາ​ມາ​ດ​ຕະ​ການ​ຍົກ​ສູງ​ຜົນ​ສັກ​ສິດ, ປະ​ສິດ​ທິ​ຜົນ​ການ​ຄຸ້ມ​ຄອງ​ລັດ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ.”

 

 

 


ຕອບກັບ

ຂ່າວ/ບົດ​ອື່ນ