ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຈຳເປັນຕ້ອງໄດ້ຮັບການອຸທິດຂອງບັນດານັກສິລະປະ

ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຈຳເປັນຕ້ອງໄດ້ຮັບການອຸທິດຂອງບັນດານັກສິລະປະ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ​ຫງວຽນ​ຟູ່ຈ້ອງ ພົບປະກັບຜູ້ແທນ
(ພາບ: TTXVN)

(vovworld) – ວັນ​ທີ 21/9, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ່ຈ້ອງ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ພັກສະຫະພັນ​ບັນດາ​ສະມາຄົມ​ວັດທະນະທຳ - ສິລະ​ປະຫວຽດນາມ ​ແລະ ບັນດາ​ສະມາຄົມ​​ຂະ​ແໜງສະ​ເພາະສູນ​ກາງ. ພາຍຫຼັງ​ 15 ປີ ​ແຫ່ງ​ການປະຕິບັດ​ມະຕິ​ສູນ​ກາງ​ທີ 5 (ຊຸດ​ທີ 8) ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ທີ່​ກ້າວໜ້າ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊາດ; 5 ປີ ​ແຫ່ງ​ການ​ປະຕິບັດ​ມະຕິ 23 ຂອງ​ກົມ​ການ​ເມືອງ (ຊຸດ​ທີ 10) ກ່ຽວ​ກັບ​ການ​ສືບ​ຕໍ່​ກໍ່ສ້າງ​ແລະ ພັດທະນາ​ວັດທະນະທຳ - ສິລະ​ປະ​ໃນ​ໄລຍະ​ໃໝ່, ພື້ນ​ຖານ​ວັດທະນະທຳ​ສິລະ​ປະ​ຫວຽດນາມ ສືບ​ຕໍ່​ມີ​ບາດກ້າວ​ພັດທະນາ​, ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ສຳຄັນ. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງຽນຟູ໋ຈ້ອງ ຮຽກຮ້ອງ​ ຄະນະ​ພັກສະຫະພັນ​ບັນດາ​ສະມາຄົມ​ວັດທະນະທຳ - ສິລະ​ປະຫວຽດນາມ , ການ​ນຳສະມາຄົມ​ຂະ​ແໜງ​ສະ​ເພາະ​ຄວນ​ຖື​ເປັນ​ສຳຄັນ​ວຽກ​ງານ​ກໍ່ສ້າງ​ພັກ, ວຽກ​ງານ​ພະນັກງານ, ການຊັບຊ້ອນ​ພະນັກງານ​ຂັ້ນ​ສະມາຄົມ, ຍົກ​ສູງ​ຄວາມ​ຮັບ​ຮູ້​ດ້ານ​ການ​ເມືອງ, ຄວາມສາມາດ​ຫົວຄິດ​ປະດິດ​ສ້າງ, ຄວາມ​ຮັບຜິດຊອບ​ຂອງ​ພົນລະ​ເມືອງ, ທັກ​ສະ​ວິຊາ​ຊີບ​ໃຫ້​ແກ່​ນັກ​ສິລະ​ປະ. ສາມັກຄີ​ກັນ, ລະດົມ​ກຳລັງ​ໃຈ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ວັດທະນະທຳ ສິລະ​ປະຕິ​ດ​ແທດ​ກັບ​ຊີວິດ​ການ​ເປັນ​ຢູ່, ມີ​ບັນດາ​ບົດ​ປະພັນ​ທີ່​ມີ​ຄຸນ​ນະພາ​ບສູງ​ທາງ​ດ້ານ​ເນື້ອ​ໃນ ​ແລະ ສິລະ​ປະ, ສ່ອງ​ແສງ​ສະພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ, ຜົນງານ​ຂອງ​ພາລະກິດ​ປ່ຽນ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ສັງຄົມ​ນິຍົມຢ່າງ​ເລິກ​ເຊິ່ງ.

 

 

 

ຂ່າວ/ບົດ​ອື່ນ