ສ້າງສໍາເລັດສໍາເນົາເອກະສານພາບພື້ນເມືອງດົງໂຮ່ ເພື່ອຍື່ນສະເໜີຕໍ່ອົງການ ຢູແນດສະໂກ ຮັບຮອງເປັນມໍລະດົກວັດທະນະທໍາໂລກ

(VOVWORLD) -ຄາດວ່າ ເດືອນ ທັນວາ 2019, ສໍາເນົາເອກະສານສະບັບດັ່ງກ່າວ ຈະໄດ້ຮັບການກວດກາຢ້ັງຢືນຈາກ ສະພາມໍລະດົກແຫ່ງຊາດ, ຫຼັງຈາກນັ້ນ ສືບຕໍ່ສ້າງໃຫ້ສໍາເລັດ ແລ້ວຍື່ນສະເໜີຕໍ່ນາຍົກລັດຖະມົນຕີ.
ສ້າງສໍາເລັດສໍາເນົາເອກະສານພາບພື້ນເມືອງດົງໂຮ່ ເພື່ອຍື່ນສະເໜີຕໍ່ອົງການ ຢູແນດສະໂກ ຮັບຮອງເປັນມໍລະດົກວັດທະນະທໍາໂລກ - ảnh 1 (ພາບປະກອບ: VOV)

ສໍາເນົາເອກະສານກ່ຽວກັບອາຊີບເຮັດພາບພື້ນເມືອງດົງໂຮ່ ໂດຍສະຖາບັນວັດທະນະທໍາສິລະປະຫວຽດນາມ (ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ) ປະຕິບັດ ພວມໄດ້ ຮັບການສ້າງສໍາເລັດ ເພື່ອຍື່ນສະໜີຕໍ່ອົງການຢູແນດສະໂກ ຮັບຮອງ ເປັນມໍລະດົກວັດທະນະທໍາບໍ່ເປັນວັດຖຸ ຕ້ອງໄດ້ຮັບການອະນຸລັກຮັກສາໂດຍດ່ວນ. ຄາດວ່າ ເດືອນ ທັນວາ 2019, ສໍາເນົາເອກະສານສະບັບດັ່ງກ່າວ ຈະໄດ້ຮັບການກວດກາຢ້ັງຢືນຈາກ ສະພາມໍລະດົກແຫ່ງຊາດ, ຫຼັງຈາກນັ້ນ ສືບຕໍ່ສ້າງໃຫ້ສໍາເລັດ ແລ້ວຍື່ນສະເໜີຕໍ່ນາຍົກລັດຖະມົນຕີ.

        ປັດຈຸບັນ, ພາບພື້ນເມືອງ ດົງໂຮ່ ໄດ້ຮັບການຢັ້ງຢືນວ່າ ເປັນມໍລະດົກວັດທະນະທໍາບໍ່ເປັນວັດຖຸລະດັບຊາດ. ພາບພື້ນເມືອງດົງໂຮ່ ແມ່ນອາຊີບເຮັດພາບດ້ວຍການແກະຄວັດສະຫຼັກໄມ້ພື້ນເມືອງ, ຂຶ້ນກັບຂົງເຂດອາຊີບຫັດຖະກໍາທີ່ເປັນມູນເຊື່່ອ ໂດຍປະຊາຄົມຊາວບ້ານ ດົງໂຮ່, ຕາແສງ ຊອງໂຮ່, ເມືອງທ້ວນແທ່ງ, ແຂວງບັກນິງ ປະດິດສ້າງຂຶ້ນ ແລະ ພັດທະນາ, ອັນໄດ້ມີຄຸນຄາທາງດ້ານປະຫວັດສາດ, ວັດທະນະທໍາ ແລະ ສິລະປະທີ່ເປັນເອກະລັກສະເພາະ. ນີ້ແມ່ນປະເພດພາບທີ່ມີຄວາມສະໜິດຕິດພັນ ແລະ ສະແດງໃຫ້ເຫັນສັງຄົມກະສິກໍາພື້ນເມືອງຫວຽດນາມ ຢ່າງມີຊີວິດຊີວາ, ການອອກແຮງງານ ກໍຄືຮີດຄອງປະເພນີ, ວິຖີຊີວິດຂອງຊາວຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ