ສ້າງສຳເລັດກອບກົດໝາຍທີ່ມີຕໍ່ຮູບແບບ, ກົນໄກບໍລິຫານ ຂອງກຸ່ມບໍລິສັດເສດຖະກິດ

ສ້າງສຳເລັດກອບກົດໝາຍທີ່ມີຕໍ່ຮູບແບບ, ກົນໄກບໍລິຫານ ຂອງກຸ່ມບໍລິສັດເສດຖະກິດ - ảnh 1
(ພາບ: http://nguyentandung.org)

ຕອນ​ເຊົ້າວັນ​ທີ 9/12 ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​​ເຕີນ​ຢູງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິນ, ຮ່ວາງ​ຈູງ​ຫາຍ ​​ໄດ້ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ສະຫຼຸບ​ຮູບ​ແບບ​ກຸ່ມ​ບໍລິສັດ​ເສດຖະກິດແຫ່ງລັດ. ປະຈຸ​ບັນ, ຫວຽ​ດນາມ​ໄດ້ ມີ 12 ກຸ່ມ​ບໍລິສັດ​ເສດຖະກິດແຫ່ງ​ລັດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ຮຽກ​ຮ້ອງ​ໃຫ້ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ສືບ​ຕໍ່​ດຳ​ເນີນ​ການ​ສະຫຼຸບ​ຕີ​ລາຄາ​ຮູບ​ແບບ​​ກຸ່ມ​ບໍລິສັດ​ເສດຖະກິດ​ແຫ່​ງລັດທົດ​ລອງ ຢ່າງ​ເລິກ​ເຊິ່ງ ​ແລະ ລະອຽດ​ກ່ວາ. ທ່ານ​ນາຍົກລັດຖະມົນຕີຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ, ພິ​ເສດ​ແມ່ນ​ກະຊວງ​ແຜນການ ​ແລະ ການລົງທຶນ, ຄະນະ​ຊີ້​ນຳ​ການ​ປ່ຽນ​ໃໝ່ ​ແລະ ພັດທະນາ​ວິ​ສາ​ຫະກິດ​ຕ້ອງ​ສືບ​ຕໍ່​​ກວດກາສ້າງ​ສຳ​ເລັບ​ກົດໝາຍ​ແມ່, ລະບຽບກົດໝາຍ​ ສຳລັບ​ບັນ​ດາ​ລັດ​ວິ​ສາ​ຫະກິດ​ເວົ້າ​ລວມ ​ແລະ ກຸ່ມ​ບໍ​ລິ​ສັດ​ເສດຖະກິດ​ແຫ່ງ​ລັດ​ເວົ້າສະ​ເພາະ​ຢ່າງ​ລະອຽດ. ທ່າ​ນ ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈງ​ກົນ​ໄກ​ປະຕິບັດ​ສິດ​ເປັນ​​ເຈົ້າ​ຂອງ​ລັດ ຢູ່​ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ. “ກ່ອນ​ອື່ນ​ໝົດ, ຕ້ອງ​ປັບ​ປຸ່ງ​ດຳລັ​ດປະຕິບັດ​ສິດ​ເປັນ​ເຈົ້າ, ລັດຖະບານ, ນາ​ຍົກ​ລັດຖະມົນຕີ, ສະພາ​ບໍລິຫານ, ບໍລິສັດ​ໃຫຍ່​ລົງທຶນ ​ແລະ ວິ​ສາ​ຫະກິດ​ທີ່ໄດ້​ຫັນ​ເປັນຫຸ່ນ​ສ່ວນ ​ແລະ ລະບຽບ​ກົດໝາຍນີ້​ຕ້ອງ​ໄດ້​ຮັບ​ການ​ກວດກາ​ຄືນເພື່ອ​ສ້າງ​ໃຫ້ ສຳ​ເລັດ. ຂ້າພະ​ເຈົ້າ​ສະ​ເໜີ​​ໃຫ້​ສຸມ​ໃສ່​ 2 ຂອດນັ້ນ​ແມ່ນ: ສະພາ​ບໍລິຫານ ​ແລະ ກະຊວງ​ຮັບຜິດຊອບ​ຄຸ້ມ​ຄອງ​ຂະ​ແໜງ”

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ກໍ່​ຮຽກຮ້ອງ​ສ້າງ​ສຳ​ເລັດ​ກອບ​ກົດໝາຍ​ທີ່​ມີ​ຕໍ່​ຮູບ​​ແບບ ​ແລະ ກົ​ນ​ໄກ​ບໍລິຫານ​ຂອງ​ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ; ​ເສີມ​ຂະຫຍາຍ​ບົດບາດ​ໜ້າ​ທີ່ ​ແລະ ລັກສະນະ​ຂອງ​ອົງການ​ພັກ​ໃນ​
ວິ​ສາ​ຫະກິດ, ຈຳ​ແນ​ກສິດ​ໃນ​ວຽກ​ງານ​ພະນັກງາ​ນຢ່າງ​ລະອຽດ. ນັ້ນ​ແມ່ນ​ພື້ນ​ຖານ​ເພື່​ອ​ໃຫ້​ລັດຖະບານ​ປະ​ກາດ​ໃຊ້​ບັນດາ​ນະ​ໂຍບາຍ​ອາດ​ຈະ​ເຮັດ​​ໃນຕົ້ນ​ປີໜ້າ, ພ້ອມ​ກັນ​ນັ້ນ​ກໍ​ສ້າງ​ສຳ​ເລັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່​.

ຕອບກັບ

ຂ່າວ/ບົດ​ອື່ນ