ສ້າງ​ສຳ​ເລັດ​ການ​ວາງ​ແຜນ​ຜັງ​ກົດ​ບັນ​ຍັດ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ກິ​ລາ ຕາມ​ທິດ​ຄົບ​ຊຸດ, ທັນ​ສະ​ໄໝ ແລະ ຮັກ​ສາ​ສີ​ສັນ

(VOVWORLD) - ຕອນເຊົ້າວັນທີ 12 ພຶດສະພາ, ຢູ່ແຂວງ ກວາງນິງ, ຄະນະກຳມາທິການວັດທະນະທຳ, ສຶກສາຂອງສະພາແຫ່ງຊາດ ໄດ້ເປັນເຈົ້າພາບ, ສົມທົບກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຄະນະໂຄສະນາສຶກສາສູນກາງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ຄະນະກຳມະການປະຊາຊົນແຂວງ ກວາງນິງ ຈັດກອງປະຊຸມສຳມະນາວັດທະນະທຳ ປີ 2024 ດ້ວຍຫົວຂໍ້ “ນະໂຍບາຍ ແລະ ແຫຼ່ງກຳລັງພັດທະນາກົດບັນຍັດທາງດ້ານວັດທະນະທຳ, ກິລາ”.
ສ້າງ​ສຳ​ເລັດ​ການ​ວາງ​ແຜນ​ຜັງ​ກົດ​ບັນ​ຍັດ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ກິ​ລາ ຕາມ​ທິດ​ຄົບ​ຊຸດ, ທັນ​ສະ​ໄໝ ແລະ ຮັກ​ສາ​ສີ​ສັນ - ảnh 1ກອງປະຊຸມສຳມະນາ (ພາບ: nhandan.vn)

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສະເໜີຫຼາຍມາດຕະການເພື່ອແນໃສ່ສ້າງສຳເລັດກົດບັນຍັດ, ນະໂຍບາຍ, ລະດົມແຫຼ່ງກຳລັງພັດທະນາລະບົບກົດບັນຍັດດ້ານວັດທະນະທຳ, ກິລາ. ພ້ອມດຽວກັນນັ້ນ, ແມ່ນມາດຕະການຍົກສູງປະສິດທິຜົນການເຄື່ອນໄຫວຂອງລະບົບກົດບັນຍັດ, ຮັບໃຊ້ຄວາມຕ້ອງການຂອງປະຊາຊົນຈຳນວນຫຼວງຫຼາຍ, ຕອບສະໜອງຄວາມຮຽກຮ້ອງກ່ຽວກັບການພັດທະນາມະນຸດຢ່າງຮອບດ້ານ ແລະ ສ້າງພື້ນຖານວັດທະນະທຳ ຫວຽດນາມ ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ ຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ.

ກ່ຽວກັບການວາງແຜນຜັງກົດບັນຍັດທາງດ້ານວັດທະນະທຳ, ກິລາ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດໄດ້ສະເໜີໃຫ້ສ້າງສຳເລັດການວາງແຜນຜັງຕາມທິດຄົບຊຸດ, ທັນສະໄໝ, ຮັກສາສີສັນ, ມີປະສິດທິຜົນ, ຮັບປະກັນຄວາມຍຸຕິທຳ ແລະ ຕອບສະໜອງຄວາມຕ້ອງການຂອງປະຊາຊົນ; ເອົາໃຈໃສ່ເຖິງການສ້າງ ແລະ ພັດທະນາກົດບັນຍັດທາງດ້ານວັດທະນະທຳ, ກິລາໃຫ້ແກ່ຊາວໜຸ່ມ, ເດັກນ້ອຍ ແລະ ຜູ້ອອກແຮງງານ, ຄົນພິການ, ຜູ້ສູງອາຍຸ, ສ້າງນະໂຍບາຍບຸລິມະສິດຢູ່ເຂດພູດອຍ, ທະເລໝູ່ເກາະ, ເຂດຊາຍແດນ, ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ.

ໂດຍເປັນປະທານຮ່ວມກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ກໍໄດ້ເນັ້ນໜັກວ່າ ກົດບັນຍັດທາງດ້ານວັດທະນະທຳ, ກິລາ ຕ້ອງໄດ້ຮັບຖືວ່າ ແມ່ນສ່ວນໜຶ່ງທີ່ມີຄວາມສຳຄັນຍິ່ງຂອງກົດບັນຍັດກ່ຽວຂ້ອງເຖິງໂຄງລ່າງສັງຄົມ. 

ຕອບກັບ

ຂ່າວ/ບົດ​ອື່ນ