ສ້າງ​ສຳ​ເລັດ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ເສດ​ຖ​ະ​ກິດ​​ລວມ​ໝູ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ມີ​ບົດ​ບາດ​ນຳ​ພາ, ສ້າງ​ກຳ​ລັງ​ໜູນ

(VOVWORLD) -ວັນທີ 15 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມທາງໄກທົ່ວປະເທດສະຫຼຸບ 20 ປີແຫ່ງການປະຕິບັດມະຕິຂອງສູນກາງພາກກ່ຽວກັບເສດຖະກິດລວມໝູ່ ແລະ ສະຫຼຸບ 10 ປີແຫ່ງການປະຕິບັດກົດໝາຍສະຫະກອນ ປີ 2012.

ສ້າງ​ສຳ​ເລັດ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ເສດ​ຖ​ະ​ກິດ​​ລວມ​ໝູ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ມີ​ບົດ​ບາດ​ນຳ​ພາ, ສ້າງ​ກຳ​ລັງ​ໜູນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ບົດລາຍງານທີ່ກອງປະຊຸມໃຫ້ຮູ້ວ່າ ພາຍຫຼັງການປະຕິບັດມະຕິມາເປັນເວລາ 20 ປີ, ພ້ອມກັບວິວັດການປ່ຽນແປງໃໝ່ເສດຖະກິດ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ຂົງເຂດເສດຖະກິດ ລວມໝູ່ ບັນລຸໄດ້ບາງໝາກຜົນສຳຄັນ. ພົ້ນເດັ່ນທີ່ສຸດແມ່ນການປ່ຽນແປງຮູບແບບສະຫະກອນເກົ່າໄປຍັງສູ່ຮູບແບບສະຫະກອນເປັນເຈົ້າຕົນເອງ, ມີຄວາມຮັບຜິດຊອບດ້ວຍຕົນເອງ.

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ເສດຖະກິດ ລວມໝູ່ ແມ່ນພາກສ່ວນເສດຖະກິດສຳຄັນ, ຍາມໃດພັກ, ລັດ ກໍ່ສົ່ງເສີມພັດທະນາ. ທ່ານນາຍົກລັດຖະມົນຕີ ຍົກອອກບາງເປົ້າໝາຍ, ການກຳນົດທິດ, ມາດຕະການຈຸດສຸມເພື່ອຊຸກຍູ້ການພັດທະນາເສດຖະກິດ ລວມໝູ່ໃນໄລຍະຈະມາເຖິງ, ແນໃສ່ພັດທະນາເສດຖະກິດລວມໝູ່ຢ່າງຂະຫຍັນຂັນເຄື່ອນ, ມີປະສິດທິຜົນ, ຍື່ນຍົງຢ່າງແທດຈິງ ແມ່ນພາກສ່ວນສຳຄັນໃນພື້ນຖານເສດຖະກິດ ດ້ວຍຫຼາຍຮູບແບບເຊື່ອມຕໍ່, ຮ່ວມມື.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ສືບຕໍ່ສ້າງນະໂຍບາຍພັດທະນາເສດຖະກິດ ລວມໝູ່, ພັດທະນາເສດຖະກິດລວມໝູ່ຕາມທິດປະດິດຄິດສ້າງ, ມີວິທະຍາສາດ, ດີຈີຕອນ, ເສດຖະກິດຂຽວ, ເສດຖະກິດໝູນວຽນ, ລະດົມທຸກແຫຼ່ງກຳລັງລົງທຶນເຂົ້າຂົງເຂດເສດຖະກິດລວມໝູ່.

ຕອບກັບ

ຂ່າວ/ບົດ​ອື່ນ