ສ້າງຫົວໜ່ວຍບໍລິຫານ - ເສດຖະກິດພິເສດມີຄວາມສາມາດແກ່ງແຍ້ງກັບບັນດາເຂດພິເສດໃນໂລກເພື່ອດຶງດູດການລົງທຶນ

(VOVWORLD) - ໃນລະຫວ່າງວັນທີ 27 – 28 ກັນຍາ, ຢູ່ນະຄອນ ຍາຈາງ, ກຳມາທິການກົດໝາຍຂອງສະພາແຫ່ງຊາດໄດ້ຈັດວາລະປະຊຸມຄົບຄະນະຄັ້ງທີ 8, ສືບຕໍ່ປະກອບຄຳເຫັນ, ປັບປຸງ, ເພື່ອເປັນພື້ນຖານສ້າງບົດລາຍງານກວດກາທາງການກ່ຽວກັບຮ່າງກົດໝາຍວ່າດ້ວຍຫົວໜ່ວຍບໍລິຫານ - ເສດຖະກິດພິເສດ. 

ສ້າງຫົວໜ່ວຍບໍລິຫານ - ເສດຖະກິດພິເສດມີຄວາມສາມາດແກ່ງແຍ້ງກັບບັນດາເຂດພິເສດໃນໂລກເພື່ອດຶງດູດການລົງທຶນ - ảnh 1 ກອງປະຊຸມຈັດຕັ້ງຢູ່ນະຄອນ ຍາຈາງ

(ພາບ: Tiên Minh/TTXVN)

ຮ່າງກົດໝາຍສະບັບນີ້ແມ່ນພື້ນຖານດ້ານນິຕິກຳ ໃຫ້ແກ່ການສ້າງ ແລະ ພັດທະນາ 3 ຫົວໜ່ວຍບໍລິຫານ - ເສດຖະກິດພິເສດ, ເຊິ່ງລວມມີ: ເວີນດົ່ນ (ແຂວງ ກວາງນີງ), ບັກເວີນຟອງ (ແຂວງ ແຄ໋ງຮ່ວາ) ແລະ ຟູ໋ກວກ (ແຂວງ ກຽນຢາງ). ຜ່ານນັ້ນ, ສ້າງເຂດເຕີບໂຕສູງດ້ວຍບັນດາວິທີການຄຸ້ມຄອງໃໝ່, ມີສະພາບແວດລ້ອມແຫ່ງການດຳລົງຊີວິດທີ່ທັນສະໄໝ; ສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດພິເສດ, ສ້າງຄວາມສະດວກໃຫ້ການເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ, ຄົ້ນຄ້ວາ ແລະ ພັດທະນາບັນດາຂະແໜງອາຊີບທ່ອງທ່ຽວ, ການບໍລິການ, ການຄ້າ, ການເງິນ… ໃນນັ້ນ, ທັດສະນະຮ່າງກົດໝາຍສະບັບນີ້ຕ້ອງສ້າງລະບອບ, ນະໂຍບາຍກະໂດດຂັ້ນ, ພິເສດ ແລະ ດີເລີດໃນທຸກດ້ານຄື ເສດຖະກິດ - ສັງຄົມ, ການບໍລິຫານ ແລະ ຍຸຕິທຳ, ເໝາະສົມກັບລັດຖະທຳມະນູນ, ບັນດາສົນທິສັນຍາສາກົນເຊິ່ງ ຫວຽດນາມ ເປັນສະມາຊິກ ແລະ ມີລັກສະນະແກ່ງແຍ້ງກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ