ສ້າງເຂດປະດິດຄິດສ້າງ, ໃຫມ່ອ່ຽມໃຫ້ແກ່ ຮ່າໂນ້ຍ

(VOVWORLD) - ການເຄື່ອນໄຫວປີນີ້ແມ່ນນອນໃນແຜນການ ຮ່າໂນ້ຍ ພວມປະຕິບັດການຫັນບັນດາຂໍ້ລິເລີ່ມໃຫ້ປະກົດຜົນເປັນຈິງເທື່ອລະກ້າວ
ສ້າງເຂດປະດິດຄິດສ້າງ, ໃຫມ່ອ່ຽມໃຫ້ແກ່ ຮ່າໂນ້ຍ  - ảnh 1ພາບການອອກແບບຕົວເມືອງແຄມ ແມ່ນ້ຳແດງ. (ພາບ:TTXVN)

ພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ, ວາລະສານສະຖາປັດຕະຍະກຳ ພ້ອມກັບບັນດາຫົວຫນ່ວຍກ່ຽວຂ້ອງ ຫວ່າງແລ້ວນີ້ ໄດ້ປະກາດ 18 ວິທີການອອກແບບໃຫ້ບັນດາເຂດປະດິດຄິດສ້າງດີເດັ່ນໄດ້ຮັບການຄັດເລືອກຈາກ 93 ວິທີການເຂົ້າຮ່ວມການແຂ່ງຂັນອອກແບບເຂດປະດິດຄິດສ້າງ ຮ່າໂນ້ຍ. ການເຄື່ອນໄຫວປີນີ້ແມ່ນນອນໃນແຜນການ ຮ່າໂນ້ຍ ພວມປະຕິບັດການຫັນບັນດາຂໍ້ລິເລີ່ມໃຫ້ປະກົດຜົນເປັນຈິງເທື່ອລະກ້າວ ເມື່ອກາຍເປັນສະມາຊິກເຄືອຂ່າຍບັນດານະຄອນປະດິດຄິດສ້າງຂອງ UNESCO ຢ່າງເປັນທາງການ.

ຕາມການຕີລາຄາຂອງບັນດານັກວິຊາສະເພາະແລ້ວ, ເມື່ອສ້າງວິທີການຈັດຕັ້ງບັນດາເຂດປະດິດຄິດສ້າງ, ບັນດາຈຸດພິເສດ,ຄຸນຄ່າຫລັກຂອງບັນດາສະຖານທີ່ນັ້ນ ລ້ວນແຕ່ໄດ້ຮັບການອະນຸລັກຮັກສາ, ບັນດາປະຖົມປັດໄຈໃຫມ່ໄດ້ຮັບການເພີ່ມເຕີມສ້າງເປັນພະລັງຊີວິດໃຫມ່ໃຫ້ແກ່ສະຖານທີ່ ແລະເຂດນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ