ສ້າງເງື່ອນ​ໄຂ​ຍົກ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ລັດ​ເຊຍ ໃຫ້ເພີ່ມ​ຂຶ້ນ 15 ຫາ 20 ເທົ່າ

(VOVWORLD) -  ເນື່ອງໃນໂອກາດການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 01 ທັນວາ ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການໂອ້ລົມສົນທະນາກັບ ວິສາຫະກິດ ຫວຽດນາມ - ລັດເຊຍ.
ສ້າງເງື່ອນ​ໄຂ​ຍົກ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ລັດ​ເຊຍ ໃຫ້ເພີ່ມ​ຂຶ້ນ 15 ຫາ 20 ເທົ່າ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວທີ່ໂອ້ລົມສົນທະນາ (ພາບ: VOV)

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ແຈ້ງໃຫ້ວິສາຫະກິດສອງປະເທດຮັບຊາບກ່ຽວກັບໝາກຜົນອັນດີງາມທີ່ບັນລຸໄດ້ໃນການສົນທະນາກັບທ່ານປະທານາທິບໍດີ  Putin, ໄດ້ເປີດຫຼາຍເນື້ອໃນການຮ່ວມມືໃນຫຼາຍຂົງເຂດ, ໂດຍສະເພາະແມ່ນເສດຖະກິດ ແລະ ການຄ້າ. ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ມີຂອບຂະໜາດໃຫຍ່ອັນດັບ 3 ຂອງ ອາຊຽນ, ແມ່ນປະເທດທີ່ເຂົ້າຮ່ວມສັນຍາການຄ້າເສລີ 15 ສະບັບ, ໃນນັ້ນ ຫຼາຍສະບັບມີມາດຕະຖານສູງ ແລະ ລົງທຶນເຂົ້າ ຫວຽດນາມ, ບັນດາວິສາຫະກິດ ລັດເຊຍ ຈະມີໂອກາດໄດ້ແຊກຊຶມເຂົ້າຕະຫຼາດທີ່ໃຫຍ່ຫຼວງທີ່ສຸດ. ຕາມນັ້ນແລ້ວ, ທ່ານປະທານປະເທດຖືວ່າ ລັດເຊຍ ແມ່ນປະເທດທີ່ມີເນື້ອທີ່ກວ້າງໃຫຍ່ ແຕ່ການສົ່ງອອກຜະລິດຕະພັນກະເສດຫາກໍບັນລຸພຽງແຕ່ 30 ຕື້ USD ຕໍ່ປີ, ສ່ວນການສົ່ງອອກຜະລິດຕະພັນກະເສດຂອງ ຫວຽດນາມ ບັນລຸ 45 ຕື້ USD, ສະນັ້ນ ສອງປະເທດສາມາດຍູ້ແຮງການຮ່ວມມືໃນຂົງເຂດນີ້.

        “ສອງປະເທດ ຫວຽດນາມ ແລະ ສະຫະພັນ ລັດເຊຍ ມີສາຍພົວພັນມິດຕະພາບ, ຮ່ວມມືກັນຢ່າງສະໜິດແໜ້ນມາກວ່າ 70 ປີແລ້ວ. ຄວາມໄວ້ເຊື້ອເຊື່ອໃຈໃນການພົວພັນດ້ານການເມືອງ, ການທູດ, ການພົວພັນທາງດ້ານເສດຖະກິດລະຫວ່າງສອງປະເທດຈະສ້າງໜ້າປະຫວັດສາດໃໝ່ໃນໄລຍະຈະມາເຖິງ. ເປົ້າໝາຍຂອງພວກເຮົາແມ່ນຕ້ອງເພີ່ມວົງເງິນການຄ້າສອງຝ່າຍໃຫ້ຂຶ້ນທົບ 15 ຫາ 20 ເທົ່າ, ການລົງທຶນສອງຝ່າຍເພີ່ມຂຶ້ນທົບ 3 ເທົ່າໃນໄລຍະຈະມາເຖິງ. ດັ່ງນັ້ນ, ອົງການເຈົ້າໜ້າທີ່ສອງປະເທດ ຄວນສົມທົບກັນແກ້ໄຂສິ່ງຕິດຂັດເພື່ອໃຫ້ເສດຖະກິດ, ການຄ້າບັນລຸໄດ້ໝາກຜົນສົມກັບການພົວພັນຂອງສອງປະເທດ. ພວກຂ້າພະເຈົ້າກໍໄດ້ສະເໜີໃຫ້ລັດຖະບານ ລັດເຊຍ ປັບປຸງສັນຍາການຄ້າເສລີ ຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ - ເອີຣົບ ຕາມທິດອຳນວຍຄວາມສະດວກໃຫ້ດ້ານການຄ້າ ແລະ ການລົງທຶນສອງຝ່າຍຫຼາຍກວ່າອີກ.”

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 1 ທັນວາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ກໍໄດ້ໄປວາງພວງມາລາຢູ່ອະນຸສາວະລີ ປະທານໂຮ່ຈີມິນ, ຢູ່ນະຄອນຫຼວງ ມົດສະກູ, ລັດເຊຍ ແລະ ອະນຸສາວະລີອາໄລຫານັກຮົບນິລະນາມຢູ່ນະຄອນຫຼວງ ມົດສະກູ; ເຂົ້າສຸສານໄຫວ້ອາໄລ ທ່ານ ເລນິນ - ການນຳຜູ້ຍິ່ງໃຫຍ່ຂອງຊົນຊັ້ນກຳມະກອນ ແລະ ຂະບວນການກອມມູນິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ