ສ້າງ​ເງື່ອນ​ໄຂ​ຢ່າງ​ສຸດ​ຂີດ​ໃຫ້​ແກ່​ການ​ສັກ​ທົດ​ລອງວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 “made in Vietnam”

(VOVWORLD) - ວິສາຫະກິດຈຳນວນໜຶ່ງໄດ້ລົງທຶນໂຮງຈັກໂງງານ, ຊອກຫາເຕັກໂນໂລຢີການຜະລິດວັກຊິນພາຍໃນປະເທດ ແລະ ສາກົນ, ພະຍາຍາມຮອດທ້າຍປີ 2021 ນີ້, ຊ້າສຸດແມ່ນຕົ້ນປີ 2022 ຈະມີໂຮງງານຜະລິດວັກຊິນແຫ່ງໜຶ່ງທີ່ມີຂອບຂະໜາດໃຫຍ່ໄດ້ນຳເຂົ້າເຄື່ອນໄຫວ. 
ສ້າງ​ເງື່ອນ​ໄຂ​ຢ່າງ​ສຸດ​ຂີດ​ໃຫ້​ແກ່​ການ​ສັກ​ທົດ​ລອງວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 “made in Vietnam” - ảnh 1(ພາບປະກອບ: VGP)

ໃນກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທີ່ດຳເນີນໃນຕອນເຊົ້າວັນທີ 18 ມິຖຸນາ, ຄະນະປະຈຳ ຄະນະຊີ້ນຳແຫ່ງຊາດ ໄດ້ເຫັນດີເປັນເອກະພາບ ສ້າງເງື່ອນໄຂຢ່າງສຸດຂີດແກ່ການທົດລອງສັກວັກຊິນກັນພະຍາດໂຄວິດ - 19 “made in Vietnam”. ຖ້າຫາກວ່າ ການສັກທົດລອງດັ່ງກ່າວ ບັນລຸໝາກຜົນດີ, ໃນສະພາບການທີ່ຂາດແຄນວັກຊິນຄືແນວນີ້, ກະຊວງສາທາລະນະສຸກ ຫວຽດນາມ ຈະຍື່ນສະເໜີຕໍ່ບັນດາອົງການທີ່ມີສິດອຳນາດຮັບຮອງເອົາ ເພື່ອເອົາໄປນຳໃຊ້ໃນກໍລະນີທີ່ຮີບດ່ວນ.

ປັດຈຸບັນ, ວິສາຫະກິດຈຳນວນໜຶ່ງໄດ້ລົງທຶນໂຮງຈັກໂງງານ, ຊອກຫາເຕັກໂນໂລຢີການຜະລິດວັກຊິນພາຍໃນປະເທດ ແລະ ສາກົນ, ພະຍາຍາມຮອດທ້າຍປີ 2021 ນີ້, ຊ້າສຸດແມ່ນຕົ້ນປີ 2022 ຈະມີໂຮງງານຜະລິດວັກຊິນແຫ່ງໜຶ່ງທີ່ມີຂອບຂະໜາດໃຫຍ່ໄດ້ນຳເຂົ້າເຄື່ອນໄຫວ. 

ຕອບກັບ

ຂ່າວ/ບົດ​ອື່ນ