ສ້າງເງື່ອນໄຂສະດວກກ່ຽວກັບວິຊາໃນAPEC

ສ້າງເງື່ອນໄຂສະດວກກ່ຽວກັບວິຊາໃນAPEC - ảnh 1
ພາບປະກອບ:internet


(vovworld)- ​ໃນ​ຂອບ​ເຂດ​ບັນດາການ​ເຄື່ອນ​ໄຫວ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ- ປາຊີ​ຟີ​ກ (APEC) ຊື່​ງຈະ​ດຳ​ເນີນ​ໄປ​ຢູ່​ອິນ​​ໂດ​ເນ​ເຊຍ, ​ວັນ​ທີ 4/10 ຢູ່ ບາ​ລີ ​ໄດ້​ດຳ​ເນີນ​ເວທີ​ປາ​ໄສ​ນະ​ໂຍບາຍ​ສຸດ​ຍອດ APEC ກ່ຽວ​ກັບ​ການທ່ອງທ່ຽວ ຕາມ​ຂໍ້​ລິ​ເລີ່​ມສົມທົບ​ລະຫວ່າງ​ປະ​ເທດ​ເຈົ້າພາບ ອິນ​ໂດ​ເນ​ເຊຍ, ຈັດ​ຕັ້ງ​ການທ່ອງທ່ຽວ​ໂລກ ​ແລະ ສະພາ​ທ່ອງ​ທ່ຽວ​ໂລກ(WTTC).

        ທີ່​ການ​ເຈລະຈາ, ອົງການ​ທ່ອງ​ທ່ຽວ​ໂລກ ​ແລະ ສະພາ​ທ່ອງ​ທ່ຽວ​ໂລກ ​ໄດ້​ລາຍ​ງານ“ຜົນ​ກະທົບ​ຂອງ​ວຽກ​ງານ​ສ້າງ​ເງື່ອນ​ໄຂ​ສະດວກ​ກ່ຽວ​ກັບ​ວິຊາ​ໃນ​ບັນດາ​ພື້ນຖານ​ເສດຖະກິດ APEC, ​ໃນ​ນັ້ນ ​ເນ​ັ້ນຫນັກ​ຢ່າງ​ແຮງ​ເຖິງ​ເລື່ອງ​ສ້າງ​ເງື່ອນ​ໄຂ​ສະດວກ​ກ່ຽວ​ກັບ​ວິຊາ​ສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​​ໃຫມ່​ໃຫ້​ແກ່​ຄົນ​ງານ​ກວ່າ 2,6 ລ້ານ​ຄົນ​ໃນ​ປີ 2016. ສອງ​ອົງການ​ດັ່ງກ່າວ​ຍັງ​ຢືນຢັນ​ວ່າ: ​ເລື່ອງ​ສ້າງ​ເງື່ອນ​ໄຂ​ສະດວກ​ກ່ຽວ​ກັບ​ວິ​ຊາ​ບໍ່​ພຽງ​ແຕ່​ສ້າງ​ວຽກ​ເຮັດ​ງານ​ທຳ​ເທົ່າ​ນັ້ນ ຫາກ​ຍັງ​ນຳ​ມາ​ເຊິ່ງລາຍ​ຮັບ​ອັນ​​ໃຫຍ່​ຫລວງ​ໃຫ້​ແກ່​ຂະ​ແຫນງ​ທ່ອງ​ທ່ຽວ​ສາກົນ ດ້ວຍ​ນັກ​ທ່ອງ​ທ່ຽວ 57 ລ້ານ​ຄົນ​ໄປ​ຢ້ຽມຢາມ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ໃນ APEC.

ຂ່າວ/ບົດ​ອື່ນ