ສ້າງເງື່ອນໄຂສະດວກໃຫ້ກຸ່ມບໍລິສັດ Google ລົງທຶນ, ດໍາເນີນທຸລະກິດຢູ່ຕະຫຼາດຫວຽດນາມ

(VOVWORLD) -ຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຕ່າງປະເທດມາລົງທຶນ, ດໍາເນີນທຸລະກິດຢູ່ຕະຫຼາດຫວຽດນາມ, ໃນນັ້ນມີບັນດາວິສາຫະກິດ ອາເມລິກາ ຄືກຸ່ມບໍລິສັດ Google
ສ້າງເງື່ອນໄຂສະດວກໃຫ້ກຸ່ມບໍລິສັດ Google ລົງທຶນ, ດໍາເນີນທຸລະກິດຢູ່ຕະຫຼາດຫວຽດນາມ - ảnh 1ທ່ານ ຫງວຽນວັນບິນ, ຫົວໜ້າຄະນະເສດຖະກິດສູນກາງຫວຽດນາມ, ຕ້ອນຮັບທ່ານ Kent Walker, ຮອງປະທານຮັບຜິດຊອບກ່ຽວກັບບັນດາບັນຫາທົ່ວໂລກ ຂອງກຸ່ມບໍລິສັດ Google (ພາບ: TTXVN)

ຕອນບ່າຍວັນທີ 10 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນວັນບິນ, ຫົວໜ້າຄະນະເສດຖະກິດສູນກາງຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ Kent Walker, ຮອງປະທານຮັບຜິດຊອບກ່ຽວກັບບັນດາບັນຫາທົ່ວໂລກ ຂອງກຸ່ມບໍລິສັດ Google. ທີ່ການຕ້ອນຮັບ, ທ່ານ Kent Walker ເນັ້ນໜັກວ່າ ການຫັນພື້ນຖານເສດຖະກິດເປັນດີຈີຕອນ ແມ່ນໜຶ່ງໃນບັນດາທ່າອ່ຽງສໍາຄັນຂອງໂລກ ອາດຈະນໍາມາເຊິ່ງຄຸນຄ່າອັນໃຫຍ່ຫຼວງ ແລະ ທາງກຸ່ມບໍລິສັດ Google ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ເຂົ້າຮ່ວມໃນບັນດາວິວັດການດັ່ງກ່າວຢ່າງສະດວກ. ທ່ານ ຫງວຽນວັນບິນ, ຫົວໜ້າຄະນະເສດຖະກິດສູນກາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຕ່າງປະເທດມາລົງທຶນ, ດໍາເນີນທຸລະກິດຢູ່ຕະຫຼາດຫວຽດນາມ, ໃນນັ້ນມີບັນດາວິສາຫະກິດ ອາເມລິກາ ຄືກຸ່ມບໍລິສັດ Google. ທ່ານຫງວຽນວັນບິນ ສະເໜີ ກຸ່ມບໍລິສັດ Google ສືບຕໍ່ຮ່ວມມືໜູນຊ່ວຍການພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານຢູ່່ຫວຽດນາມ, ໂດຍສະເພາະແມ່ນກ່ຽວກັບການ Start up ປະດິດຄິດສ້າງ ແລະ ພັດທະນາລະບົບເຕັກໂນໂລຢີສູງ, ບໍາລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດເຕັກໂນໂລຢີທີ່ມີຄຸນນະພາບສູງ.


ຕອບກັບ

ຂ່າວ/ບົດ​ອື່ນ