ສ້າງເງື່ອນໄຂສະດວກໃຫ້ແກ່ຊາວຫນຸ່ມສືບຕໍ່ອຸທິດສ່ວນ

ສ້າງເງື່ອນໄຂສະດວກໃຫ້ແກ່ຊາວຫນຸ່ມສືບຕໍ່ອຸທິດສ່ວນ - ảnh 1
ກອງ​ປະ​ຊຸມ​ໃຫຍ່​ສ​ະ​ຫະ​ພັນ​ຊາວ​ຫນຸ່ມ​ຫວຽດ​ນາມ
ພາບ:http://dantri.com.vn

(vovworld)-​ ​ຕອນ​ເຊົ້າ​ວັນ​ທີ 28/12, ກອງ​ປະ​ຊຸມ​ໃຫຍ່​ສ​ະ​ຫະ​ພັນ​ຊາວ​ຫນຸ່ມ​ຫວຽດ​ນາມ ສືບ​ຕໍ່​ມື້​ເຮັດ​ວຽກ​ທີ 2, ຫົວ​ຫນ້າ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ສູນ​ກາງ ໄດ້​ຢືນ​ຢັນ​ວ່າ: ຈະ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ ແລະ ສ້າງ​ເງື່ອ​ນ​ໄຂ​ສະ​ດວກ​ເພື່ອ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ໄວ​ຫນຸ່ມກວ່າ​ອີກ​ໃນ​ບັນ​ດາ​ການ​ເຄື​່ອນ​ໄຫວ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ບັນ​ຫາ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ ແລະ ດຶງ​ດູດ​ແຫລ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຫນຸ່ມ​ໃນ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ.

ທີ່​ວາ​ລະ​ປຶກ​ສາ​ຫາ​ລື, ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ​ ແລະ ສັງ​ຄົມ ຕີ​ລາ​ຄາ​ສູງ ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຊາວ​ຫນ​ຸ່ມ​ໃນ​ໄລ​ຍະ​ຜ່ານ​ມາ ພ້ອ​ມ​ທັງ​ໃຫ້​ຮູ້​ວ່າ ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊ​ວງ​ແຮງ​ງານ​ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຈະ​ສືບ​ຕໍ່​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ, ຊ່ວຍ​ຊາວ​ຫນຸ່ມ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຖືກ​ຕ້ອງ​ກ່ຽວ​ກັບ​ການ​ກຳ​ນົດ​ວິ​ຊາ​ຊີບ, ເພີ່ມ​ທະ​ວີ​ວຽກ​ງານ​ໃຫ້​ຄຳ​ປຶກ​ສາ, ແນະ​ນຳ​ອາ​ຊີບ​ໃນ​ໂຮງ​ຮຽນ, ຄົ້ນ​ຄ້​ວາ​ບັນ​ດາ​ລາຍ​ການ, ໂຄງ​ການ​ຫນູນ​ຊ່ວຍ​ໃຫ້​ເໝາ​ະ​ສົມ​ກັບ​ແຕ່​ລະ​ໝວດ​ເປົ້າ​ໝາຍ​ນັກ​ສຶກ​ສາ, ຊາວ​ຫນຸ່ມ.

ເມື່ອ​ເຕື້ອງ​ເຖິງ​ບົດ​ບາດ​ຂອງ​ຊາວ​ຫນຸ່ມ​ໃນ​ການ​ຄົ້ນ​ຄ້​ວາ ແລະ ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ທ່ານ ຫງວຽນ​ກວນ, ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ປາດ​ຖະ​ຫນາ​ວ່າ: ຊາວ​ຫນຸ່ມ​ຈະ​ຮ່ຳ​ຮຽນ​ຢ່າງບໍ່​ຢຸດຢັ້ງ ເພື່ອ​ເປັນ​ເຈົ້າ​ການ​ດ້ານ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ໃຫມ່, ບັນ​ລຸ​ຜົນ​ງານ​ດີ​ເດັ່ນ​, ທັດ​ທຽມ​ກັບ​ຊາວ​ຫນຸ່ມ​ບັນ​ດາ​ປະ​ເທດ​ໃນ​ໂລກ. ທ່ານ ຫງວຽນ​ກວນ ກ່າວ​ວ່າ:

        “ພວກ​ເຮົາ​ມີ​ພື້ນ​ຖານ​ວິ​ທະ​ຍາ​ສາດ, ຊາ​ວ​ຫນຸ່ມ​ຫລາຍ​ຄົນ​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແຕ່ບໍ່​ມີ​ເງື່ອນ​ໄຂ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສ​າດ. ສະ​ນັ້ນ ຫລາຍ​ຄົນ​ຕ້ອງ​ເສີມ​ຂະ​ຫຍາຍ​ພູມ​ປັນ​ຍາ​ຂອງ​ຕົນ​ຢູ່​ຕ່າງ​ປະ​ເທດ. ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວກ​ຂ້າ​ພ​ະ​ເຈົ້າ​ແມ່ນ​ເຮັດ​ແນວ​ໃດ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ເພື່ອ​ໃຫ້​ຊາວ​ຫນຸ່ມ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ປະ​ເທດ​ຊາດ.”

ກ່ອນ​ຫນ້ານັ້ນ, ​ໃນ​ວາ​ລະ​ໄຂ​ກອງ​ປະ​ຊຸມ​ໃຫຍ່​ໃນຕອນ​ບ່າຍ​ວັນທີ 27/12 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 800 ຄົນ. ບັນ​ດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ການ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ, ບົດ​ລາຍ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ສະ​ຫະ​ພັນ​ຊາວ​ຫນຸ່ມ​ຫວຽດ​ນາມ ຊຸດ​ທີ 6 ທີ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 7, ບົດ​ລາຍ​ງານ​ສຳ​ຫລວດກວດ​ຄືນ​ຂອງ​ຄະ​ນະ​ກຳ​ມະ​ການ​ສູ​ນກາງ​ສະ​ຫະ​ພັນ​ຊາວ​ຫນຸ່ມ​ຫວຽດ​ນາມ ຊຸດ​ທີ 6, ບົດ​ລາຍ​ງານ​ກ່ຽວ​ກັບ​ເລື່ອງບໍ່​ປັບ​ປຸງ​ກົດ​ລະ​ບຽບ​ຂອງ​ສະ​ຫະ​ພັນ​ຊຸດ​ທີ 6.

ຂ່າວ/ບົດ​ອື່ນ