ສ້າງເງື່ອນໄຂສະດວກໃຫ້ແກ່ພະນັກງານພັກກິນເບ້ຍບຳນານເພື່ອປະກອບສ່ວນໃຫ້ແກ່ປະເທດຊາດ

ສ້າງເງື່ອນໄຂສະດວກໃຫ້ແກ່ພະນັກງານພັກກິນເບ້ຍບຳນານເພື່ອປະກອບສ່ວນໃຫ້ແກ່ປະເທດຊາດ - ảnh 1
ທ່ານ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງມາ​ຢ້ຽມຢາມ ​ແລະ ​ໂອ້​ລົ​ມໃກັບ​ພະນັກງານ, ສະມາ​ຊິດ ສະ​ໂມ​ສອນ ທັງ​ລອງ
(ພາບ: http://nguyenphutrong.net)

(vov wolrd) ຕອນ​ເຊົ້າ​ວັນ​ທີ 4/2, ​ເມື່ອ​ມາ​ຢ້ຽມຢາມ ​ແລະ ​ໂອ້​ລົ​ມໃກັບ​ພະນັກງານ, ສະມາ​ຊິດ ສະ​ໂມ​ສອນ ທັງ​ລອງ (ນະຄອນ​ຮ່າ​ໂນ້ຍ), ທ່ານ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໃຫ້​ຮູ້​ວ່າ: ປີ 2012, ຫວຽດນາມ​ຕ້ອງ​ສືບ​ຕໍ່​ໃຫ້​ບຸລິມະສິດ​​ແກ່​ການຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​​ເສດຖະກິດ​ມະຫາ​ພາກ​ໃຫ້​ເປັນ​ປົກກະຕິ, ຮັກສາ​ການ​ເຕີບ​ໂຕ​ຢູ່​ໃນ​ລະດັບ​ເໝາະ​ສົ​ມກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ຮັບປະກັນ​ຊີ​ວິດ​ສັງ​ຄົມ. ພ້ອມ​ກັບ​ການ​ພັດທະນາ​​ເສດຖະກິດ - ສັງຄົມ, ຫວຽດນາມ​ຕ້ອງ​ຮັບປະກັນ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ປັບປຸງ​ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ຮັກສາ​​ເອກະລາດ, ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ. ​ເລື່ອງ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ບາງ​ບັນຫາ​ຮີບ​ດ່ວນ​​ໃນ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ, ທ່ານ​ເລຂາທິການ​ໃຫຍ່​ຊີ້​ແຈງ​ວ່າ: ທົ່ວ​ພັກ, ທົ່ວ​ປວງ​ຊົນ​ພ້ອມ​ກັນ​ປະຕິບັດ, ​ໃນ​ນັ້ນ​ມີ​ຖັນ​ແຖວ​ພະນັກງານພັກ​ກິນ​ເບ້ຍ​ບຳນານ. ຕາມ​ທ່ານ​ເລຂາທິການ​ໃຫຍ່​​ແລ້ວ, ຖັນ​ແຖວ​ພະນັກງານ​ພັກກິນ​ເບ້ຍ​ບຳນານ ​​ແມ່ນ​ກຳລັງ​ມີ​ການ​ອຸທິດ​ສ່ວນ​ຢ່າງ​​ໃຫຍ່​ຫຼວງໃຫ້​ແກ່​ພາລະກິດ​ປະຕິວັດ​ຜ່ານ​ໄລຍະ​ຕ່າງໆ, ມີ​ລະດັບ​ຄວາມ​ຮູ້ ​ແລະ ປະຈຸ​ບັນຍັງ​ສືບ​ຕໍ່​ປະກອບ​ສ່ວນ​ຫຼາຍ​ຄຳ​ເຫັນ​, ພູມ​ປັນຍາ​ຢ່າງສຸດ​ຈິດ​ສຸດ​ໃຈ​ໃຫ້​ແກ່​ທ້ອງ​ຖີ່​ນ ​ແລະ ພາລະກິດ​ລວມຂອງ​ທົ່ວ​ປະ​ເທດ. ຖັນ​ແຖວ​ພະນັກງານ​ກິນ​ເບ້ຍ​ບຳນານ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​​ເພື່ອ​ສືບ​ຕໍ່​ປະກອບສ່ວນ, ບົດຮຽນ​ໃຫ້​ແກ່​ບ້ານ​​ເກີດ​ເມືອ​ງນອນ ​ແລະ ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ