ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ເອກະ​ຊົນ​ເຂົ້າ​ຮ່ວມ​ການລົງທຶນ​ພັດທະນາ​ພະລັງງານ

(VOVWORLD) -  ເວທີປາໄສຂັ້ນສູງກ່ຽວກັບພະລັງງານຫວຽດນາມ ປີ 2020 ໂດຍຄະນະເສດຖະກິດສູນກາງພັກກອມມູນິດຫວຽດນາມ ແລະ ລັດຖະບານໄດ້ເປັນປະທານຮ່ວມຈັດຕັ້ງຂຶ້ນໃນວັນທີ 22 ກໍລະກົດ. ເວທີປາໄສດັ່ງກ່າວຖືກດໍາເນີນຜ່ານທາງອອນລາຍ ຊຶ່ງໄດ້ເຊື່ອມຕໍ່ 63 ສະຖານທີ່ແມ່ນບັນດາຄະນະພັກແຂວງ, ນະຄອນ ພາຍໃນປະເທດ ແລະ 30 ສະຖານທີ່ ຢູ່ 15 ປະເທດໃນໂລກ.
ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ເອກະ​ຊົນ​ເຂົ້າ​ຮ່ວມ​ການລົງທຶນ​ພັດທະນາ​ພະລັງງານ - ảnh 1ເວທີປາໄສຂັ້ນສູງກ່ຽວກັບພະລັງງານຫວຽດນາມ ປີ 2020  (ພາບ: nhandan.vom.vn)

       ທີ່ເວທີປາໄສ, ບັນດາຜູ້ແທນໄດ້ສະເໜີສ້າງລະບອບລະບຽບການພັດທະນາຂະແໜງພະລັງງານໃຫ້ສົມບູນແບບໂດຍໄວ, ໂດຍສະເພາະແມ່ນກ່ຽວກັບການກໍ່ສ້າງຕະຫຼາດພະລັງງານແກ້ງແຍ້ງ, ໂປ່ງໃສ ແລະ ມີປະສິດທິຜົນ; ກົນໄກ, ນະໂຍບາຍສໍາລັບການຫັນປ່ຽນພະລັງງານໃຫ້ສໍາເລັດຜົນ ເປັນຕົ້ນແມ່ນຈາກພະລັງງານຟອດຊິວ       ເປັນພະລັງງານສະອາດ, ພະລັງງານໃໝ່ ແລະ ພະລັງງານຜະລິດຄືນໃໝ່; ກົນໄກເອື້ອອໍານວຍຄວາມສະດວກແກ່ການລະດົມແຫຼ່ງກໍາລັງເຂົ້າມາລົງທຶນພັດທະນາແຫຼ່ງພະລັງງານແຫ່ງຊາດ; ບັນຫາເຕັກໂນໂລຢີ ແລະ ນໍາໃຊ້ພະລັງງານແບບປະຢັດ... ພ້ອມກັນນັ້ນ ກໍໄດ້ຍົກອອກບັນດາຂໍ້ສະເໜີແນະເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ເພື່ອເອື້ອອໍານວຍຄວາມສະດວກໃຫ້ວິສາຫະກິດເອກະຊົນເຂົ້າຮ່ວມການລົງທຶນພັດທະນາພະລັງງານ; ນະໂຍບາຍສ້າງເງື່ອນໄຂເພື່ອສ້າງຕັ້ງ ແລະ ພັດທະນາບາງສູນພະລັງງານສະອາດ ແລະ ຜະລິດພະລັງງານຄືນໃໝ່ຢູ່ບັນດາເຂດ ແລະ ທ້ອງຖິ່ນທີ່ມີທ່າແຮງພັດທະນາ.

        ໃນຂອບເຂດຂອງເວທີປາໄສ ກໍໄດ້ດໍາເນີນກອງປະຊຸມສໍາມະນາດ້ວຍຫົວຂໍ້ຕ່າງໆອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ