ສ້າງ​ເງື່ອ​ນ​ໄຂ​ເພື່ອ​ໃຫ້​ ຊາວ ຫວຽດ​ນາມ, ຊາວ​ຕ່າງ​ປະ​ເທດ​ເຂົ້າ​ເມືອງ ຫວຽດ​ນາມ ຢ່າງ​ສະ​ດວກ ແລະ ປອດ​ໄພ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຈົ່ງກວດກາຄືນ, ປັບປຸງ ແລະ ເພີ່ມເຕີມ ຫຼື ປະກາດໃຊ້ຄຳແນະນຳໃໝ່ກ່ຽວກັບການກວດຫາເຊື້ອ, ແຍກຕົວ, ຕິດຕາມອາການສຸຂະພາບໂດຍດ່ວນ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ຊາວຫວຽດນາມ ທີ່ກັບຄືນມາປະເທດ; ນັກທຸລະກິດ, ນັກຊ່ຽວຊານ, ແຮງງານເຕັກນິກສູງ… ທີ່ເປັນຊາວຕ່າງປະເທດເຂົ້າເມືອງ ຫວຽດນາມ ຢ່າງສະດວກ ແລະ ປອດໄພ.
ສ້າງ​ເງື່ອ​ນ​ໄຂ​ເພື່ອ​ໃຫ້​ ຊາວ ຫວຽດ​ນາມ, ຊາວ​ຕ່າງ​ປະ​ເທດ​ເຂົ້າ​ເມືອງ ຫວຽດ​ນາມ ຢ່າງ​ສະ​ດວກ ແລະ ປອດ​ໄພ - ảnh 1ສ້າງເງື່ອນໄຂເພື່ອໃຫ້ ຊາວ ຫວຽດນາມ, ຊາວຕ່າງປະເທດເຂົ້າເມືອງ ຫວຽດນາມ ຢ່າງສະດວກ ແລະ ປອດໄພ (ພາບ: VGP)

ຫ້ອງວ່າການລັດຖະບານ ຫວຽດນາມ ຫາກໍປະກາດໃຊ້ເອກະສານສົ່ງໃຫ້ກະຊວງ: ສາທາລະນະສຸກ, ຕຳຫຼວດ, ຖະແຫຼງຂ່າວ ແລະ ການສື່ສານ, ກະຊວງການຕ່າງປະເທດ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ພ້ອມດ້ວຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ  ກ່ຽວກັບການຄັດສະເໜີຄຳເຫັນຊີ້ນຳວຽກງານເຂົ້າ - ອອກເມືອງໃນສະພາບການໃໝ່ ຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ.

        ລະອຽດ, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຈົ່ງກວດກາຄືນ, ປັບປຸງ ແລະ ເພີ່ມເຕີມ ຫຼື ປະກາດໃຊ້ຄຳແນະນຳໃໝ່ກ່ຽວກັບການກວດຫາເຊື້ອ, ແຍກຕົວ, ຕິດຕາມອາການສຸຂະພາບໂດຍດ່ວນ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ຊາວຫວຽດນາມ ທີ່ກັບຄືນມາປະເທດ; ນັກທຸລະກິດ, ນັກຊ່ຽວຊານ, ແຮງງານເຕັກນິກສູງ… ທີ່ເປັນຊາວຕ່າງປະເທດເຂົ້າເມືອງ ຫວຽດນາມ ຢ່າງສະດວກ ແລະ ປອດໄພ.

        ກະຊວງການຕ່າງປະເທດເປັນເຈົ້າການ, ສົມທົບກັບກະຊວງຖະແຫຼງຂ່າວ ແລະ ການສື່ສານ, ກະຊວງສາທາລະນະສຸກ ເປັນເອກະພາບຕໍ່ມາດຕະການ, ມີຄຳແນະນຳລະອຽດໂດຍດ່ວນ ເພື່ອສ້າງເງື່ອນໄຂໃຫ້ແກ່ຊາວ ຫວຽດນາມ, ຊາວຕ່າງປະເທດໄດ້ສັກວັກຊິນຢູ່ພາຍໃນປະເທດ ກ່ອນທີ່ຈະເດີນທາງໄປຕ່າງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ