ສ້າງເງື່ອນໄຂໃຫ້ຄົນພິການເສີມຂະຫຍາຍສິດຂອງຕົນ


ສ້າງເງື່ອນໄຂໃຫ້ຄົນພິການເສີມຂະຫຍາຍສິດຂອງຕົນ - ảnh 1

ສ້າງເງື່ອນໄຂໃຫ້ຄົນພິການເສີມຂະຫຍາຍສິດຂອງຕົນ - ảnh 2

ສ້າງວຽກເຮັດງານທຳໃຫ້ຄົນພິການ
(ພາບອິນເຕີເນດ)

(vovworld) - ​ໃນ​ປີ 2016, ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຄົນ​ພິການ​ຫວຽດນາມ ຈະ​ຍົກ​ສູງ​ຄູນ​ນະພາ​ບບັນດາ​ລາຍການ​ດຳ​ເນີນ​ງານ, ສ້າງ​ເງື່ອນ​ໄຂ​ໃຫ້​ຄົນ​ພິການ​ເສີມ​ຂະຫຍາຍ​ສິດ​ຂອງ​ຕົນ. ພາຍຫຼັງ​ກົດໝາຍ​ວ່າ​ດ້ວຍ​ຄົນ​ພິການ​ໄດ້​ຮັບ​ການ​ປະກາດ​ໃຊ້, ມາ​ຮອດ​ປະຈຸ​ບັນ, ລະບົບ​ກົດໝາຍ, ນະ​ໂຍບາຍ​ກ່ຽວ​ກັບ​ຄົນ​ພິການ​ຄົບ​ຖ້ວນ, ​ເປັນ​ເອກະ​ພາບ ​ແລະ ຮອບດ້ານ​ພໍສົມຄວນ. ​ເລື່ອງ​ຈັດ​ຕັ້ງ​ປະຕິບັດ ນະ​ໂຍບາຍ​ກົດໝາຍກ່ຽວ​ກັບ​ຄົນ​ພິການ ​ໄດ້​ສ້າງ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​ໃນ​ຊີວິດ​ຂອງ​ຄົນ​ພິການ, ການ​ປ່ຽນ​ແປງ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້​ໃນ​ສັງຄົມ ​ໄດ້​ຊ່ວຍ​ໃຫ້​ຄົນ​ພິການ​ມີ​ຄວາມ​ເຊື່ອ​ໝັ້ນ​ຕົນ​ເອງ​ກວ່າ, ຮົ້ວ​ກີດຂວາງ​ໃນ​ສັງຄົມ​ກໍ່ຫຼຸດ​ລົງ​ເທື່ອ​ລະ​ກ້າວ, ສິດ​ຂອງ​ຄົນ​ພິການ​ນັບ​ມື້​ນັບ​ໄດ້​ຮັບປະກັນ, ອັນ​ໄດ້​ຊ່ວຍ​ໃຫ້​ຄົນ​ພິການ​ເຊື່ອມ​ຕົວ​ເຂົ້າ​ໃນ​ຊີວິດ​ສັງຄົມ​ຢ່າງ​ສະດວກ​ສະບາຍ. ຄຽງ​ຂ້າງ​ນັ້ນ​ຍາມ​ໃດ​ລັດ​ກໍ່​ເອົາ​ໃຈ​ໃສ່​ປະກາດ​ໃຊ້​ນະ​ໂຍບາຍ​ຫຼາຍ​ຢ່າງ, ບຸລິ​ມາ​ສິດ​ແຫຼ່ງກຳລັງ​ໃຫ້​ແກ່​ການ​ປະຕິບັດ​ນະ​ໂຍບາຍ, ລາຍການ, ​ແຜນ​ຮ່າງ​ໜູນ​ຊ່ວຍ​ຄົນ​ພິການ​ອີກ.

        ປະຈຸ​ບັນ, ຫວຽດນາມ​ມີ​ຄົນ​ພິການກວ່າ 7 ລ້ານຄົນ, ກວມ 7,8% ຈຳນວນ​ພົນລະ​ເມືອງ. ທົ່ວ​ປະ​ເທດ​ໄດ້​ສ້າງຕັ້ງ ​ແລະ ​ພັດທະນາ 67 ຮາກ​ຖານ​ໜູນ​ຊ່ວຍ​ຄົນ​ພິດານ, ສະໜອງ​ການ​ບໍລິການ, ກາຍຍະ​ບຳບັດ, ​ແນ​ະນຳ​ອາຊີບ, ສອນ​ວິຊາ​ຊີບ ​ແລະ ວຽກ​ງານ​ສັງຄົມ​​ໃຫ້ຄົນ​ພິການທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ.

 

ຂ່າວ/ບົດ​ອື່ນ