ສ້າງເງື່ອນໄຂໃຫ້ຊາວຕ່າງປະເທດເຂົ້າ, ອອກເມືອງ, ອາໄສຢູ່ ຫວຽດນາມ

ສ້າງເງື່ອນໄຂໃຫ້ຊາວຕ່າງປະເທດເຂົ້າ, ອອກເມືອງ, ອາໄສຢູ່ ຫວຽດນາມ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 27/8, ຄະນະປະຈຳກຳມາ​ທິການປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສະພາ​ແຫ່ງ​ຊາດ​ຈັດ​ກອງ​ປະຊຸມ​ເປີດ​ກ້ວາງ​ເພື່ອ​ກວດກາ​ໃນ​ເບື້ອງ​ຕົ້ນ​ສຳລັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າ​, ອອກ​ເມືອງ, ການຢູ່​ອາ​ໄສ​ຂອງ​ຊາວ​ຕ່າງປະ​ເທດ​ຢູ່ ຫວຽດນາມ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮິ່ງງອກ​ເຊີນ ​ເປັນ​ປະທານ​ກອງ​ປະ​ຊຸມ.  ພາຍຫຼັງ 10 ປີ​ແຫ່ງ​ການ​ປະຕິບັດ, ລັດຖະບັນຍັດ​ວ່າ​ດ້ວຍ​ການ​ເຂົ້າ​ເມືອງ, ອອກ​ເມືອງ, ການຢູ່​ອາ​ໄສ​ຂອງ​ຊາວ​ຕ່າງປະ​ເທດ​ຢູ່ ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ແນວທາ​ງການ​ຕ່າງປະ​ເທດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ລັດ ຫວຽດນາມ ​ແມ່ນ​ເອກະລາດ, ​ເປັນ​ເຈົ້າ​ຕົ້ນ​ເອງ, ສັນຕິພາບ, ຮ່ວມ​ມື ​ແລະ ພັດທະນາ, ຫັນ​ການ​ພົວພັນ​ສາກົນ​​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ຝ່າຍ. ບັນດາ​ຂໍ້​ກຳນົດ​ທີ່​ສະດວກ​ສະບາ​ຍຂອງ​ກົດໝາຍວ່າ​ດ້ວຍ​ການ​ເຂົ້າ, ອອກ​ເມືອງ, ການຢູ່​ອາ​ໄສ​ຂອງ​ຊາວ​ຕ່າງປະ​ເທດ​ ​ໄດ້​ຮັບ​ການ​ປັບປຸງ​, ຫັນ​ເປັນ​ງ່າຍດາຍ.​​.​. ​ໄດ້​ດຶງ​ດູດ​ແຂ​ກຕ່າງ​ປະ​ເທດ​ມາ​ທ່ອງ​ທ່ຽວ, ລົງທຶນ, ດຳ​ເນີນ​ທຸລະ​ກິດ ຢູ່ ຫວຽດນາ​ມ.

    ກ່ຽວ​ກັບ​ບັນຫາຢູ່​ອາ​ໄສ​ຂອງ​ຊາວ​ຕ່າງປະ​ເທດ​ຢູ່ ຫວຽດນາມ, ບັນດາ​ຜູ້​ແທນ​ຖື​ວ່າ: ຄວນ​ກຳນົດ​ຢ່າງ​​ແໜ້ນ​ແຟ້ນ, ລະອຽດ​ກ່ວາ​ກ່ຽວ​ກັບ​ເປົ້າ​ໝາຍ, ​ເອກະສານ, ສິດ​ອຳນາດ​ພິຈາລະນາ, ​ແກ້​ໄຂ​ໃຫ້​ຊາວ​ຕ່າງປະ​ເທດ ອາ​ໄສ​ຢູ່ ຫວຽດນາມ. ພ້ອມ​ທັງ​ຮັບປະກັນ​ລັກສະ​ນະ​ເປັນ​ເອກະ​ພາບ​ກ່ຽວ​ກັບ​​ກຳນົດເວລາ​​ຂອງ ວີ​ຊາ ​ແລະ ອາ​ໄສ​ຊົ່ວຄາວ, ພິ​ເສດ​ແມ່ນ​ສຳລັບ​ບັນດາ​ກໍລະນີ​ເຂົ້າ​ ຫວຽດນາມ ດ້ວຍ​ຈຸດປະສົງ​ຮຳ່ຮຽນ, ​ເຮັດ​ວຽກ, ຮ່ວມ​ມື​ລົງທຶນ. ທ່ານ ພົນ​ຈັດຕະວາ ​ໂງ​ວັນ​ຮູ່ງ, ສະມາຊິກ​ກຳມາ​ທິການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ສະພາ​ແຫ່ງ​ຊາດ​ສະ​ເໜີ​ວ່າ:

“​ໃນ​ກົດໝາຍ​ສະບັບ​ນີ້, ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາວ່າ: ຢູ່​ພາກ​ການ​ຢູ່​ອາ​ໄສ​ຂອງ​ຊາວ​ຕ່າງປະ​ເທດ​ຕ້ອງ​ເຮັດ​ໃຫ້​ລະອຽດ​ກ່ວາ​ອີກ, ມີ​ຄວາມຮັບ​ຜິ​ດຊອບ​ກ່ວາ​ອີກ​ເພື່ອ​ໃຫ້​ບັນດາ​ຂະ​ແໜງ​ການ, ​ແຕ່​ຂັ້ນສູ​ນກາງ ລົງ​ຮອດ​ທ້ອງ​ຖີ່​ນ​ເພື່ອຄຸ້ມ​ຄອງ​ຊາວ​ຕ່າງປະ​ເທດ. ຢູ່ພາກການ​ຢູ່ອາ​ໄສ​ຂອງ​ຮ່າງ​ກົດໝາຍ, ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ຄະ​ນະ​ຮຽບຮຽງ​ຄວນ​ຄົ້ນ​ຄ້ວາ, ​ເພີ່ມ​ເຕີມ​ບັນດາ​ຂໍ້​ກຳນົດ​ຢ່າງລະອຽດ​ກ່ວາ​ອີກ​ເພື່ອ​ໃຫ້​ເມື່ອ​ພວກ​ເຮົາມີ​ກົດໝາຍ​ແລ້ວ​ຈະ​ມີ​ປະສິດທິ​ຜົນ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ຊາວ​ຕ່າງປະ​ເທດ.”

 

ຂ່າວ/ບົດ​ອື່ນ