ສ້າງ​ເວັບ​ໄຊ “ວຽກ​ເຮັດ​ງານ​ທໍາແຫ່ງ​ຊາດ” ຮັບ​ມື​ກັບ​​ໂລກລະບາດ Covid – 19

(VOVWORLD) -ທາງກະຊວງຈະຄົ້ນຄວ້າເພື່ອຍົກລະດັບສູນບໍລິການວຽກເຮັດງານທໍາທີ່ພວມມີໃນປັດຈຸບັນໃຫ້ກາຍເປັນເວັບໄຊ “ວຽກເຮັດງານທໍາແຫ່ງຊາດ” ເພື່ອຊ່ວຍໃຫ້ປະຊາຊົນທີ່ຢູ່ເຮືອນກໍ່ສາມາດຊອກຫາວຽກເຮັດງານທໍາໄດ້ ຕໍ່ໜ້າຜົນກະທົບຂອງໂລກລະບາດ Covid – 19.
ສ້າງ​ເວັບ​ໄຊ “ວຽກ​ເຮັດ​ງານ​ທໍາແຫ່ງ​ຊາດ” ຮັບ​ມື​ກັບ​​ໂລກລະບາດ Covid – 19  - ảnh 1ທ່ານລັດຖະມົນຕີກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ດ່າວງອັກຢຸງ  (ພາບ: www.molisa.gov.vn)

        ຕອນບ່າຍວັນທີ 23 ມີນາ, ຢູ່ກອງປະຊຸມອອນລາຍລະຫວ່າງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ກັບບັນດາຫົວໜ່ວຍກ່ຽວຂ້ອງ, ທ່ານລັດຖະມົນຕີກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ດ່າວງອັກຢຸງ ໃຫ້ຮູ້ວ່າ: ທາງກະຊວງຈະຄົ້ນຄວ້າເພື່ອຍົກລະດັບສູນບໍລິການວຽກເຮັດງານທໍາທີ່ພວມມີໃນປັດຈຸບັນໃຫ້ກາຍເປັນເວັບໄຊ “ວຽກເຮັດງານທໍາແຫ່ງຊາດ” ເພື່ອຊ່ວຍໃຫ້ປະຊາຊົນທີ່ຢູ່ເຮືອນກໍ່ສາມາດຊອກຫາວຽກເຮັດງານທໍາໄດ້ ຕໍ່ໜ້າຜົນກະທົບຂອງໂລກລະບາດ Covid – 19.

        “ທາງກະຊວງຢາກມີສູນບໍລິການວຽກເຮັດງານທໍາ. ທີ່ຈິງແລ້ວແມ່ນຍົກລະດັບໃຫ້ກາຍເປັນເວັບໄຊ “ວຽກເຮັດງານທໍາແຫ່ງຊາດ”, ດ້ວຍທິດນໍາທີ່ວ່າ ຄຽງຄູ່ກັບການໜູນຊ່ວຍຂອງລັດແລ້ວ, ຍັງຂົນຂວາຍການເຂົ້າຮ່ວມຂອງບັນດາກຸ່ມບໍລິສັດ, ຜູ້ອຸປະຖໍາ, ມຸ່ງໄປສູ່ການປະຕິບັດຕາມການຊີ້ນໍາຂອງລັດຖະບານ ແມ່ນມຸ່ງໄປສູ່ການປະມວນທັງ 6 ເສົາຄໍ້າຮັບປະກັນຊີວິດສັງຄົມເຂົ້າກັນ ນັ້ນແມ່ນ: ຜູ້ມີຄຸນງາມຄວາມດີ, ນະໂຍບາຍອຸປະກະລະສັງຄົມ, ປະກັນໄພວ່າງງານ, ຄອບຄົວທຸກຍາກ, ຜູ້ພັກກິນເບ້ຍບໍານານ, ຮັບປະກັນຊີວິດສັງຄົມ ແລະ ປະກັນສຸຂະພາບ - ມຸ່ງໄປສູ່ແຕ່ລະຄົນທີ່ມີບັດປະກັນຊີວິດແຕ່ບັດດ່ຽວເທົ່ານັ້ນ”.


ຕອບກັບ

ຂ່າວ/ບົດ​ອື່ນ