ສ້າງແຂວງ​ແຄ໊ງ​ຮ່​ວາ​ກາຍ​ເປັນ​ສູນການວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ​ເຂດ​ພາກ​ກາງ - ໄຕ​ງວຽນ

(VOVWORLD) - ຕອນເຊົ້າວັນທີ 14 ກັນຍາ, ຢູ່ນະຄອນຍາຈາງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ມີການເຮັດວຽກກັບຄະນະກຳມະການປະຊາຊົນແຂວງ ແຄ໊ງຮ່ວາ ກ່ຽວກັບການເຄື່ອນໄຫວຈຸດສຸມຂອງບາງຂະແໜງຂຶ້ນກັບຂົງເຂດວິທະຍາສາດ, ການສຶກສາ, ວັດທະນະທຳ, ສັງຄົມ.

ສ້າງແຂວງ​ແຄ໊ງ​ຮ່​ວາ​ກາຍ​ເປັນ​ສູນການວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ​ເຂດ​ພາກ​ກາງ - ໄຕ​ງວຽນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ການເຮັດວຽກ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຕີລາຄາສູງການປະຕິບັດໜ້າທີ່ວິທະຍາສາດ, ການສຶກສາ, ວັດທະນະທຳ, ສັງຄົມ ຂອງແຂວງແຄ໊ງຮ່ວາ, ພິເສດໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ - 19. ກ່ຽວກັບບັນຫາຫັນເປັນດີຈີຕອນ, ພະແນກຖະແຫຼງຂ່າວ ແລະ ການສືສານໄດ້ເປັນເສນາທິການໃຫ້ແກ່ແຂວງ ວາງອອກ ບັນດາບັນຫາທີ່ແທດຈິງ, ລະອຽດແມ່ນໃນການກໍ່ສ້າງອຳນາດການປົກຄອງເອເລັກໂຕນິກ, ຮັບໃຊ້ປະຊາຊົນ. ທ່ານ ກ່າວວ່າ:

        ຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງວ່າ ໃນໄລຍະຍາວ, ແຄ໊ງຮ່ວາຈະມີສູນເຕັກໂນໂລຢີສູງ 1 2ແຫ່ງ ທີ່ກ່ຽວຂ້ອງເຖິງ ເຕັກໂນໂລຢີຂໍ້ມູນຂ່າວສານ - ຂໍ້ມູນໃຫຍ່, ວິທະຍາສາດດ້ານສຸຂະພາບ ຍ້ອນວ່ານີ້ແມ່ນສູນການທ່ອງທ່ຽວໃຫຍ່ທີ່ສຸດ. ຕິດພັນກັບບັນດາໂຮງໝໍວິທະຍາສາດລະດັບສູງ ຕ່າງກັນຢ່າງຂາດຂັ້ນເມື່ອທຽບໃສ່ກັບໂຮງໝໍ, ໂຮງຮຽນແຫ່ງຕ່າງໆໃນປັດຈຸບັນ. ສຳຄັນກ່ວາແມ່ນທ້ອງຖິ່ນນີ້ ຕ້ອງລະດົມໄດ້ບັນດາແຫຼ່ງກຳລັງສັງຄົມ, ທຸກຂັ້ນ, ທົ່ວປວງຊົນມີຄວາມຮູ້ຢ່າງເຊິກເຊິ່ງກ່ຽວກັບບັນຫາລວມ ດ້ານວິທະຍາສາດ, ການສຶກສາ, ວັດທະນະທຳ, ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ