ສ້າງ​ແຜນ​ການ​ນຳ​ສົ່ງ​ພົນ​ລະ​ເມືອງ​ຫວຽດ​ນາມຈາກອຸດ​ສະ​ເບ​ກິດ​​ສະ​ຖານກັບ​ມາ​ປະ​ເທດ​

(VOVWORLD) -ປັດຈຸບັນ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ລັດເຊຍ ທັງຮັບຜິດຊອບ ອຸດສະເບກິດສະຖານ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງປະເທດປະຈຳຖິ່ນສ້າງແຜນການນຳສົ່ງພົນລະເມືອງຫວຽດນາມ ຈາກ ອຸດສະເບກິດສະຖານ ກັບມາປະເທດໃນເວລາໄວທີ່ສຸດ, ເໝາະສົມກັບຄວາມມຸ່ງມາດປາດຖະໜາຂອງພົນລະເມືອງ, ສະພາບການໂລກລະບາດ ແລະ ກຳລັງຄວາມສາດແຍກຕົວຢູ່ພາຍໃນປະເທດ.
ສ້າງ​ແຜນ​ການ​ນຳ​ສົ່ງ​ພົນ​ລະ​ເມືອງ​ຫວຽດ​ນາມຈາກອຸດ​ສະ​ເບ​ກິດ​​ສະ​ຖານກັບ​ມາ​ປະ​ເທດ​ - ảnh 1ພາບປະກອບ 

ວັນທີ 20 ສິງຫາ, ທີ່ກອງປະຊຸມຖະແຫຼງຂ່າວປະຈຳເດືອນຂອງ ກະຊວງການຕ່າງປະເທດ ຫວຽດນາມ, ໂດຍຕອບຄຳຖາມຂອງນັກຂ່າວກ່ຽວກັບການຈັດຕັ້ງຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມ ຈາກອຸດສະເບກິດສະຖານ ກັບມາປະເທດ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ປັດຈຸບັນ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ລັດເຊຍ ທັງຮັບຜິດຊອບ ອຸດສະເບກິດສະຖານ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງປະເທດປະຈຳຖິ່ນສ້າງແຜນການນຳສົ່ງພົນລະເມືອງຫວຽດນາມ ຈາກ ອຸດສະເບກິດສະຖານ ກັບມາປະເທດໃນເວລາໄວທີ່ສຸດ, ເໝາະສົມກັບຄວາມມຸ່ງມາດປາດຖະໜາຂອງພົນລະເມືອງ, ສະພາບການໂລກລະບາດ ແລະ ກຳລັງຄວາມສາດແຍກຕົວຢູ່ພາຍໃນປະເທດ.

ແລະທີ່ກອງປະຊຸມຖະແຫຼງຂ່າວດັ່ງກ່າວ, ເມື່ອແຈ້ງໃຫ້ຊາບກ່ຽວກັບເຫດການອົງການປະຕິບັດກົດໝາຍຢູ່ທະເລຂອງປະເທດ ມາເລເຊຍໄລ່ກ່ຳປັ່ນຫາປາຫວຽດນາມ ເຮັດໃຫ້ຊາວປະມົງຄົນໜຶ່ງເສຍຊີວິດ. ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ຫວຽດນາມສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບເຫດການຮ້າຍແຮງນີ້, ສະເໜີໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງມາເລເຊຍສືບສວນສອບສວນຢ່າງຈະແຈ້ງເຫດການດັ່ງກ່າວ ແລະ  ປັບໄໝລົໂທດພະນັກງານທີ່ເຮັດໃຫ້ຊາວປະມົງຫວຽດນາມ ເສຍຊີວິດ ແລະ ບໍ່ປະໃຫ້ເກີດເຫດການແບບນີ້ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ