ສ້າງແຜນການພັດທະນາເສດຖະກິດ-ສັງຄົມໄລຍະສັ້ນ ແລະ ໄລຍະຍາວ

(VOVWORLD) -ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດຢ່າງວ່ອງໄວໄປຍັງບັນດາປະເທດໃນໂລກ. 4 ເດືອນຕົ້ນປີ 2020 ໄດ້ຊີ້ໃຫ້ເຫັນວ່າ ພື້ນຖານເສດຖະກິດຂອງຫວຽດນາມ ກໍ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ.

ສ້າງແຜນການພັດທະນາເສດຖະກິດ-ສັງຄົມໄລຍະສັ້ນ ແລະ ໄລຍະຍາວ - ảnh 1 ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິ໊ຢຸງ

(ພາບ: quochoi)

ໂດຍສືບຕໍ່ລາຍການກອງປະຊຸມຄັ້ງທີ 45, ຕອນເຊົ້າວັນທີ 15 ພຶດສະພາ, ເມື່ອປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານ ຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2019; ຕີລາຄາສະພາບການຜັນຂະຫຍາຍປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2020, ຄະນະປະຈຳສະພາແຫ່ງຊາດໄດ້ສະເໜີວ່າ: ລັດຖະບານຄວນສ້າງແຜນການພັດທະນາເສດຖະກິດ-ສັງຄົມໃນໄລຍະສັ້ນ ແລະ ໄລຍະຍາວໃຫ້ລະອຽດ.

        ທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິ໊ຢຸງ ໃຫ້ຮູ້ວ່າ, ໂດຍກ້າວເຂົ້າສູ່ປີ 2020, ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດຢ່າງວ່ອງໄວໄປຍັງບັນດາປະເທດໃນໂລກ. 4 ເດືອນຕົ້ນປີ 2020 ໄດ້ຊີ້ໃຫ້ເຫັນວ່າ ພື້ນຖານເສດຖະກິດຂອງຫວຽດນາມ ກໍ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ. ຄະນະປະຈຳສະພາແຫ່ງຊາດຖືວ່າ, ໃນສະພາບການນີ້, ຫວຽດນາມ ຄວນສ້າງແຜນການເພື່ອດຶງດູດການລົງທຶນ. ເຖິງຢ່າງໃດກໍ່ຕາມ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ຫງວຽນແຮ້ງຟູກ, ກໍ່ສະເໜີວ່າ ຕ້ອງເປັນເຈົ້າການໃນການດຶງດູດການລົງທຶນ.

        “ບໍ່ແມ່ນວ່າແຂວງກໍ່ຕ້ອງດຶງດູດການລົງທຶນ, ຕ້ອງມີການຄັດເລືອກການລົງທຶນ, ສຸມໃສ່ເຂົ້າໃນຂົງເຂດເຕັກໂນໂລຊີສູງ, ຂົງເຂດທີ່ຕ້ອງການ. ພ້ອມທັງດຶງດູດການລົງທຶນຕ້ອງມີການຄິດໄລ່, ປະຕິຮູບບໍລິຫານ, ດ້ວຍຄວາມເປັນຈິງ, ບໍ່ແມ່ນເຮັດເອົາຂະບວນການ. ຕ້ອງມີຄວາມໂປ່ງໃສ, ກະຈ່າງແຈ້ງ.”

ຕອບກັບ

ຂ່າວ/ບົດ​ອື່ນ