ສ້າງແຜນກຳນົດສຳນັກ ງານຜູ້ຕາງໜ້າອົງການ ສື່ມວນຊົນຫວຽດນາມ ຢູ່ຕ່າງປະເທດ

ສ້າງແຜນກຳນົດສຳນັກ ງານຜູ້ຕາງໜ້າອົງການ ສື່ມວນຊົນຫວຽດນາມ ຢູ່ຕ່າງປະເທດ - ảnh 1

(ພາບປະກອບ)

(vovworld)-​  ທ່າ​ນນາຍົກລັດຖະມົນຕີຫວຽດນາມ ຫາ​ກໍ່​ເຊັນ​ອະ​ນຸມັດແຜນ​ກຳນົດ​ສຳນັກ​ງານ​ຜູ້ຕາງໜ້າ​ບັນດາສຳນັກ​ຂ່າວສານ, ​ສື່​ມວນ​ຊົນ​ຫວຽດນາມ ​ຢູ່​ຕ່າງປະ​ເທດຮອດ​ປີ 2020. ຕາມ​ນັ້ນ​ແລ້ວ, ຈຸດໝາຍ​ຮອດ​ປີ 2015, ຫວຽດນາມ ຈະ​ມີ​ສຳນັກງານຜູ້ຕາງໜ້າສຳນັກຂ່າວສານ, ສື່​ມວນ​ຊົນ​ປະຈຳ 32 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ. ຕາມ​ແຜນ​ກຳນົດ​ແລ້ວ, ບັນດາ​ອົງການ​ສື່​ມວນ​ຊົນໄດ້​ຮັບ​ອະນຸຍາດ​ເປີດ​ສຳນັກງານ​ຜູ້ຕາງໜ້າ​ຢູ່​ຕ່າງປະ​ເທດ​ລວມມີ: ສຳນັກຂ່າວສານ​ຫວຽດນາມ, ໜັງສືພິມ​ເຍິນ​ເຢິນ (​ແປ່​ວ່າ ປຊຊ), ​ໂທລະພາບ​ແຫ່ງ​ຊາດ​ຫວຽດນາມ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ອົງການ​ສື່​ມວນ​ຊົນ​ອື່ນໆ​ຈຳນວນ​ໜຶ່ງ. ​ໃນ​ນັ້ນອົງການ​ຫຼັກ​ແຫຼ່ງ​ແມ່ນສຳນັກ​ຂ່າວສານ​ຫວຽດນາມ. ບັນດາ​ສຳນັກງານຜູ້​ຕ່າງ​ໜ້າ​ຈະ​ໄດ້​ຮັບ​ບຸລິມະສິດ​ເປີດ​ຢູ່​ບັນດາ​ບໍລິ​ເວນ​ຈຸດ​ສຸມ​ຄື: ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ບັນດາ​ປະ​ເທດ​ອາ​ຊຽນ, ບັນດາ​ປະ​ເທດ​ມີ​ຂອບ​ເຂດ​ຮັບຜົນ​ສະທ້ອນ​ດ້ານ​ເສດຖະກິດ, ການ​ເມືອງ​ທົ່ວ​ໂລກ, ບັນດາ​ປະ​ເທດ​ມີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຫວຽດນາມ, ບັນດາ​ປະ​ເທດ​ມີ​ຊາວ​ຫວຽດນາມ ດຳລົງ​ຊີວິດຢ່າງ​ຫຼວງຫຼາຍ….

ຂ່າວ/ບົດ​ອື່ນ