ສ້າງ​ແຜນ​ຮ່າງ​ກ່ຽວ​ກັບ​ການ​ຫັນ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ ຍື່ນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ສູນ​ກາງ​ພັກເທື່ອ​ທີ 6 ຊຸດ​ທີ XIII

(VOVWORLD) -ປະເທດພວມຢືນຢູ່ຕໍ່ໜ້າກາລະໂອກາດອັນໃຫຍ່ຫຼວງເພື່ອພັດທະນາ, ໃນນັ້ນ ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ແມ່ນສວມບົດບາດສຳຄັນ.
ສ້າງ​ແຜນ​ຮ່າງ​ກ່ຽວ​ກັບ​ການ​ຫັນ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ ຍື່ນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ສູນ​ກາງ​ພັກເທື່ອ​ທີ 6 ຊຸດ​ທີ XIII - ảnh 1ກອງປະຊຸມຄັ້ງທີ 1 ຄະນະຊີ້ນຳ (ພາບ: dangcongsan.vn)

  ວັນທີ 2 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນຕວນແອງ, ຫົວໜ້າຄະນະເສດຖະກິດສູນກາງ, ຫົວໜ້າຄະນະຊີ້ນຳກໍ່ສ້າງແຜນຮ່າງ “ແຜນນະໂຍບາຍ, ນະໂຍບາຍຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝຮອດປີ 2030, ວິໄສທັດຮອດປີ 2045”, ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ຄະນະຊີ້ນຳ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນຕວນແອັງ  ຊີ້ແຈ້ງວ່າ: ປະເທດພວມຢືນຢູ່ຕໍ່ໜ້າກາລະໂອກາດອັນໃຫຍ່ຫຼວງເພື່ອພັດທະນາ, ໃນນັ້ນ ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ແມ່ນສວມບົດບາດສຳຄັນ.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື, ປະກອບຄຳເຫັນ, ສະເໜີກັບຄະນະຊີ້ນຳຈັດຕັ້ງຜັນຂະຫຍາຍ, ປະຕິບັດການສ້າງແຜນຮ່າງຢ່າງຮອບດ້ານ, ຜ່ານນັ້ນກຳນົດໄດ້ທິດທາງພັດທະນາໃຫ້ແກ່ໄລຍະໃໝ່. ໃນນັ້ນ, ເນື້ອໃນປະກອບຄຳເຫັນ ແມ່ນສຸມໃສ່ບັນຫາສຳຄັນຄື, ລັກສະນະພຶດຕິກຳຕົວຈິງ, ການສ້າງຄຸນຄ່າໃໝ່, ບຸກທະລຸໃຫ້ແກ່ການຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ; ບັນດາແຜນນະໂຍບາຍ, ນະໂຍບາຍລະອຽດຂອງແຜນແມ່ບົດ ແລະ ຄົ້ນຄວ້າຜົນກະທົບຂອງພູມສາດການເມືອງໂລກ, ການປະຕິວັດອຸດສາຫະກຳຄັ້ງທີ 4.


ຕອບກັບ

ຂ່າວ/ບົດ​ອື່ນ