ສ້າງແຜນຮ່າງຈັດຕັ້ງSEA Games 31 ຢູ່ຫວຽດນາມ

ສ້າງແຜນຮ່າງຈັດຕັ້ງSEA Games 31 ຢູ່ຫວຽດນາມ - ảnh 1
ຄະ​ນະ​ນັກ​ກິ​ລາ​ຫວຽດ​ນາມ​ເຂົ້າ​ຮ່ວມ​ Sea Games
ພາບ:24.com

(vovworld)- ຫ້ອງວ່າ​ການ​ລັດ​ຖະ​ບານ ຫາກໍ່​ປະ​ກາດ​ການ​ສະ​ຫລຸບ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ທີ່​ການ​ປະ​ຊຸມ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ​ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ງານ​ມະ​ຫາ​ກຳ​ກິ​ຊາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 31 (Sea Games 31) ປີ 2021 ຢູ່ ຫວຽດ​ນາມ. ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ມອບ​ໃຫ້​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ເປັນ​ເຈົ້າ​ພາບ, ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ສ້າງ​ແຜນ​ຮ່າງ​ຈັດ​ຕັ້ງ Sea Games 31 ຢູ່ ຫວຽດ​ນາມ. ໃນ​ນັ້ນ ກຳ​ນົດ​ຢ່າງ​ແຈ້ງ​ບັນ​ດາ​ປະ​ເພດ​ກິ​ລາ ແລະ ເນື້ອ​ໃນ​ແຂ່ງ​ຂັນ​ຂອງ​ແຕ່​ລະ​ປະ​ເພດ, ຮັບ​ປະ​ກັນ, ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ຂອງ​ຫວຽດ​ນາມ ພ້ອມ​ທັງ​ຕິດ​ພັນ​ກັບ​ລາຍ​ການ​ແຂ່ງ​ຂັນ​ຂອງ ງານ​ມະ​ຫາ​ກຳ​ກິ​ລາ​ໂລກ Olympic ແລະ ງານ​ທະ​ຫາ​ກຳ​ກິ​ລາ ອາ​ຊີ ASIAD, ສ້າງ​ເນື້ອ​ໃນ​ບຳ​ລຸງ​ສ້າງ​ນັກ​ກິ​ລາ​ເພື່ອ​ເຂົ້າ​ຮ່ວມ Sea Games 31.

 

ຂ່າວ/ບົດ​ອື່ນ