ສ້າງແຜນຮ່າງວາງແຜນກຳນົດພັດທະນາພະລັງງານແຫ່ງຊາດ

ສ້າງແຜນຮ່າງວາງແຜນກຳນົດພັດທະນາພະລັງງານແຫ່ງຊາດ - ảnh 1
ພາບ​ປະ​ກອບ

(vovworld) – ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຮ່​ວາງ​ຈູງ​ຫາຍ ຫາກໍ່​ຕົກ​ລົງ ​ແຜນ​ນະ​ໂຍ​ບາຍ​ສ້າງ​ແຜນ​ຮ່າງ “ວາງ​ແຜນ​ກຳ​ນົດ​ພັດ​ທະ​ນາ​ພະ​ລ​ັງ​ງານ​ແຫ່ງ​ຊາດໄລ​ຍະ 2016 – 2025, ກຳ​ນົດ​ທິດ​ຮອດ​ປີ 2035”. ການວາງ​ແຜນ​ກຳ​ນົດ​ພະ​ລັງ​ງານ​ແຫ່ງ​ຊາດ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ, ແມ່ນ​ພື້ນ​ຖານ​ໃຫ້​ແກ່​ການ​ວາງ​​ບັນ​ດາ​ນະ​ໂຍ​ບາຍ, ໂຄງ​ການ​ແຫ່ງ​ຊາດ​ກ່ຽວ​ຂ້ອງ​ເຖິງ​ພະ​ລັງ​ງານ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.

        ກ່ອນ​ໜ້ານັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ອະ​ນຸ​ມັດ​ຜ່ານ​ຍຸດ​ທະ​ສາດ​ພັດ​ທະ​ນາ​ພະ​ລັງ​ງານ​ແຫ່ງ​ຊາດ ຂອງ ຫວຽດ​ນາມ ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2050. ຈຸດ​ໝາຍ​ສັງ​ລວມ​ຂອງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ພະ​ລັງ​ງານ​ແຫ່ງ​ຊາດ​ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2050 ແມ່​ນ: ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ແຫ່ງ​ຊາດ, ປະ​ກອບ​ສ່ວນ​ຮັກ​ສາ​​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ເອ​ກະ​ລາດ, ຄວາມເປັນ​ເຈົ້າ​ຂອງ​ປະ​ເທດ​ຊ​າດ, ສະ​ໜອງ​ພະ​ລັງ​ງານ​ຢ່າງ​ຄົບ​ຖ້ວນ​ດ້ວຍ​ຄຸນ​ນະ​ພາບ​ສູງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ຂຸດ​ຄົ້​ນ ແລະ ນຳ​ໃຊ້​ແຫຼ່​ງ​ຊັບ​ພະ​ຍາ​ກອນ​ພະ​ລັ​ງ​ງານ​ພາຍ​ໃນ​ປະ​ເທດ ຢ່າງ​ເໝາະ​ສົມ, ມີ​ປະ​ສິດ​ທິ​ຜົນ​.

ຂ່າວ/ບົດ​ອື່ນ