ສ້າງໂຄງປະກອບຂະແໜງອຸດສາຫະກຳການຄ້າຄືນໃໝ່ຢ່າງແຮງກ່ວາອີກ

ສ້າງໂຄງປະກອບຂະແໜງອຸດສາຫະກຳການຄ້າຄືນໃໝ່ຢ່າງແຮງກ່ວາອີກ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ 

(vovworld) - ​​​​ສ້າງ​ໂຄງ​ປະ​ກອ​ບ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຄືນ​ໃໝ່​ຢ່າງ​ແຮງ​ກ່ວ​າ​ອີກ​ເພື່ອ​ສ້າງ​ຜະ​ລິດ​ຕະ​ພັນ​ຈຳ​ນວນ​ໜຶ່ງແມ່ນ​ທ່າ​ແຮງ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິວ​ັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4. ນັ້ນ​ແມ່ນ​ເນື້ອ​ໃນ​ບົດ​ສະ​ຫລຸບ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ  ທີ່ກອງ​ປະ​ຊຸມ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອີນ​ເຕີ​ເນັດ ທີ່​ສະ​ຫລຸບວຽກ​ງານ​ປ​ີ 2016 ແລະ ຜັນ​ຂະ​ຫຍາຍ​​ໜ້າ​ທີ່​ປີ 2017 ຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ການ​ຄ້າ. ບົດ​ສະ​ຫລຸບ​ໄດ້​ຊີ້​ແຈ້ງ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ສຳ​ລັບ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ແມ່ນ​ການ​ພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ ຕາມ​ທິດຫລຸດ​ຜ່ອນ​ການ​​ຂຶ້ນ​ກັບທ່າ​ແຮງ​ແກ່ງ​ແຍ້ງ​ທີ່ບໍ່​ຍືນ​ຍົງ, ຈາກ​ການ​ອີງ​ໃສ່​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ຫັນ​​ໄປ​ສູ່​ພື້​ນ​ຖານ​ອຸດ​ສາ​ຫະ​ກຳ​ອີງ​ໃສ່​ພື້ນ​ຖານ​ປະ​ດິ​ດ​ສ້າງ, ຖື​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແມ່ນ​ກຳ​ລັງ​ໜູນ ແລະ ພື້​ນ​ຖານ​ແກ່ງ​ແຍ້ງ, ພັດ​ທະ​ນາ​ແບບ​ຍືນ​ຍົງ. ສ້າງ​ພື້ນ​ຖານ ແລະ ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ແກ່ງ​ແຍ້ງ​ສະ​ເໝີ​ພາບ, ປອດ​ໄສ​ເພື່ອ​​ລະ​ດົມ​ທຸກໆ​ພາກ​ສ່ວນ​ເສດ​ຖະ​ກິດ​​ປະ​ກອບສ່ວນ, ເຕີບ​ໂຕ​ເສດ​ຖະ​ກິດ​ຜ່ານ​ການ​ປັບ​ປຸງ​ລະ​ບອບ, ສ້າງ​ກອບ​ກົດ​ໝາຍ​ປອດ​ໄສ, ກະ​ຈ່າງ​ແຈ້ງ, ເອົາ​ໃຈ​ໃສ່​ເຖິ​ງ​ບົ​ດ​ບາດ​ສຳ​ຄັນ​ຂອງ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ບໍ​ລິ​ສັດ​ໃຫຍ່, ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ, ສະ​ຫະ​ກອນ, ວິ​ສາ​ຫະ​ກິດ​ມີ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ແລະ ບັນ​ດາ​ທ້ອງ​ຖິ່ນ. ສືບ​ຕໍ່​ສົ່ງ​ເສີມ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ເຂົ້າ​ຮ່ວມ​ຕັ້ງ​ໜ້າ​​ໃນ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ຫັ​ນ​ປະ​ເທດເປັນ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ, ສ້າງ​ກຳລັງ​ໜູນ ແລະ ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ວ​ິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ​ພັດ​ທະ​ນາ​ນັບ​ມື້​ນັບ​ເຕີບ​ໃຫຍ່ເຂັ້ມ​ແຂງ, ເວັ້ນ​ເສຍ​ແຕ່​ບາງ​ຂົງ​ເຂດ​ສຳ​ຄັນ​ທີ່​ລັດ​​ຄວນ​ຄອບ​ງຳ.


ຂ່າວ/ບົດ​ອື່ນ