ສ້າງໂຄງປະກອບວິສາຫະກິດຄືນໃໝ່, ຍູ້ແຮງການລົງທຶນ, ຜະລິດ

ສ້າງໂຄງປະກອບວິສາຫະກິດຄືນໃໝ່, ຍູ້ແຮງການລົງທຶນ, ຜະລິດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ ທີ່​ກອງ​ປະຊຸມ​ສະຫຼຸບ​
(ພາບ: TTXVN)

vovworld) - ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃໝ່, ຍູ້​ແຮງ​ການ​ລົງທຶນ, ຜະລິດ​ສ້າງ​ເປັນ​ຜະລິດ​ຕະພັນ​ທີ່​ມີ​ກຳລັງ​ແກ່ງ​ແຍ້​ງ ​ເພື່ອ​ສາມາດ​​ເຕີບ​ໂຕຢ່າງ​ມີ​ປະສິດ​ທິຜົນ. ນັ້ນ​ແມ່ນ​ຄຳ​ສັ່ງ​ຊີ້​ນຳ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ ທີ່​ກອງ​ປະຊຸມ​ສະຫຼຸບ​ການ​ເຄື່ອນ​ໄຫວ​ປີ 2016 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2017 ຂອງ​ກຸ່ມ​ບໍລິສັດ ອຸດສາຫະກຳ​ທາດ​ເຄມີ ຫວຽດນາມ ​ເຊິ່ງຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 14/1, ຢູ່ ຮ່າ​ໂນ້ຍ. ປີ 2016, ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ຂອງ ກຸ່ມ​ບໍລິສັດ ອຸດສາຫະກຳ​ທາດ​ເຄມີ ຫວຽດນາມບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ສຳຄັນ. ລາຍ​ຮັບ​ຂອງ​ກຸ່ມ​ບໍລິສັດ​ບັນລຸ​ໄດ້​ເກືອບ 42 ພັນ​ຕື້​ດົ່ງ, ມອບ​ເຂົ້າ​ງົບປະມານ​ແຫ່ງ​ລັດ 1.800 ຕື້​ດົ່ງ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ ສະ​ເໜີ, ​ໄລຍະ​ຈະ​ມາ​ເຖິງ, ການ​ນຳ​ກຸ່ມ​ບໍລິສັດ ອຸດສາຫະກຳ​ທາດ​ເຄມີ ຫວຽດນາມ ຈະ​ສຸມ​ໃສ່​ຄົ້ນ​ຄ້ວາ ​ເພື່ອ​ມີ​ບັນດາ​ໂຄງການ​ລົງທຶນ​ໃໝ່, ຈາກ​ນັ້ນ​ຍົກ​ລະດັບ​ເປີດ​ກວ້າງ​ບັນດາ​ໂຄງການ​ທີ່​ມີ​ຢູ່​ແລ້ວ, ຍົກ​ສູງ​ປະສິດທິພາບ, ຄຸນ​ນະພາ​ບບັນດາ​ໂຄງການ​ລົງທຶນ, ​ແກ້​ໄຂ​ສະພາບ​ທີ່​ຍັງ​ອ່ອນ​ດ້ອຍ, ​ເຮັດ​ຕາມ​ແບບ​ຮູບ​ການ. ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ມາດ​ຕະການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

ຂ່າວ/ບົດ​ອື່ນ