ສ້າງໂຄງປະກອບວິສາຫະກິດຄືນໃໝ່ - ພຶດຕິກຳຕົວຈິງໃນການນຳຮັບໃຊ້ໃຫ້ແກ່ວິສາຫະກິດຫວຽດນາມ

ສ້າງໂຄງປະກອບວິສາຫະກິດຄືນໃໝ່ - ພຶດຕິກຳຕົວຈິງໃນການນຳຮັບໃຊ້ໃຫ້ແກ່ວິສາຫະກິດຫວຽດນາມ - ảnh 1
ພາບປະກອບ

 (vovworld) - ວັນ​ທີ 2/8, ຢູ່ ຮ່າ​ໂນ້ຍ, ບໍລິສັດ​ຫຸ້ນ​ສ່ວນ​ລາຍ​ງານ​ຕີ​ລາຄາ​ຫວຽດນາມ ສົມທົບ​ກັບ​ໜັງສືພິມ ​ເອ​ເລັກ​ໂຕ​ນິກ VietnamNet ຈັດ​ຕັ້ງ​ກອງ​ປະຊມ Vietnam CEO Summit ປີ 2012 ດ້ວຍ​ຫົວ​ຂໍ້​ວ່າ “ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃໝ່: ບົດຮຽນ​ສາກົນ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ໃນ​ການ​ນຳ​ໃຊ້​ໃຫ້​ແກ່​ວິ​ສາ​ຫະກິດ​ຫວຽດນາມ” ມີຜູ້​ແທນ​ກ່ວາ 400 ຄົນທີ່​ຕາງ​ໜ້າ​ໃຫ້​ບັນດາອົງການທີ່​ປຶກສາ​ບໍລິຫານ​ວິ​ສາ​ຫະກິດ​ບຸກຄະລາກອນ, ການ​ເງິ​ນອັນ​ດັບ​ໜຶ່ງ, ບັນດາ​ຊ່ຽວຊານ​ເສດຖະກິດ​​ໄດ້ເຂົ້າ​ຮ່ວມ. ທີ່​ກອງ​ປະຊຸຸມ, ມີ​ນັກ​ຊ່ຽວຊານ​ຫຼາຍ​ທ່ານ​​ໃຫ້​ຂໍ້​ສັງ​​ເກດ​ວ່າ: ​ເສດຖະກິດ​ຫວຽດນາມ ​​ໄດ້​ມີ​ຜົນສຳ​ເລັດ​ຈຳນວນ​ໜຶ່ງຄື: ​ເຕີບ​ໂຕ​ໄວ​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້ ຍ້ອນ​ການ​ກະທົບ​ຢ່າງ​ຕັ້ງໜ້າ​ຈາກ​ເຂດ​ອຸດສາຫະກຳ, ການ​ບໍລິການ, ພ້ອມ​ກັນນັ້ນ​ແມ່ນ​ການ​ຫັນ​ໄປ​ສູ່​ການ​ຜະລິດ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງກ່ວາ ​ແລະ ​ເຂົ້າ​ຮ່ວມ​ເຄືອຂ່າຍ​ການ​ຜະລິດ​ໃນ​ເຂດ. ທ່ານ Le Kinh Luan, ນັກ​ຊ່ຽວຊານ​ທີ່​ປຶກສາ​ຂັ້ນ​ສູງ​ກຸ່ມ​ບໍລິສັດ Tower Watson ສະ​ເໜີ​ວ່າ:

“ກ່ອນ​ທີ່​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່, ບັນດາ​ວິ​ສາ​ຫະກິດ​ຕ້ອງ​ຖາມ​ວ່າ​ ​ເປັນ​ຫຍັງ​ວິ​ສາ​ຫະກິດ​ຈຶ່ງ​ເຮັດ​ຄື​ແນວ​ນັ້ນ, ຕ້ອງ​ຕັ້ງ​ຄຳ​ຖາມ​ເອງ​​ວ່າ ຈະ​ສືບ​ຕໍ່​ຕາມ​ທິດ​ນັ້ນ ຫຼື ບໍ່ ຫຼື​ຕ້ອງ​ປ່ຽນ​ແປງ​ຕາມ​ກຳລັງ​ດັນ​ຂອງ​ຕະຫຼາດ, ສະພາບ​ແວດ​ລ້ອມ​​ແຫ່ງການ​ດຳ​ເນີນ​ທຸລະ​ກິດ. ​ເວົ້າ​ລວມ​ແລ້ວ, ຕ້ອງ​ກຳນົດ​ຍຸດ​ທະ​ສາດ​ຂອງ​ພວກ​ເຮົາ​ແມ່ນ​ຫຍັງ?. ທັດສະນະ​ຂອງ​ພວກ​ເຮົາ​ເມື​່ອສ້າງ​ໂຄງ​ປະກອບ​ຄືນ​ໃໝ່ ​ແມ່ນຕ້​ອງຍົກ​ສູງ​ປະສິດທິ​ຜົນ​ແຫຼ່ງຊັບພະຍາກອນ​ມະນຸດ. ສ້າງ​ໂຄງ​ປະກອບ​ຄືນ​ໃໝ່ ​ແມ່ນ​ປ່ຽນ​ແປງ​ສ່ວນ​ຕົ້ນ​ຕໍ່​ຂອງ​ວິ​ສາ​ຫະກິດ, ຮັບປະ​ກັບ​ໃຫ້​ບໍລິສັດ​ຄົງ​ຕົວ​ກັບ​ສະພາບ​ແວດ​ລ້ອມ​​ໃໝ່”


ຂ່າວ/ບົດ​ອື່ນ