ສ້າງໂຄງປະກອບເສດຖະກິດຄືນໃຫມ່ຕິດພັນກັບກາລະໂອກາດດຶງດູດ ທຶນ FDI ຈາກ ຍີ່ປຸ່ນ

(vovworld)- ​ໃນ​ຈຳນວນ 98 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນລົງທຶນ​ໂດຍກົງ(FDI) ​ເຂົ້າ​ຫວຽດນາມ, ມາ​ຮອດ​ປະຈຸ​ບັນ ຍີ່​ປຸ່ນ ຍັງ​ຄົງ​ແມ່ນ​ປະ​ເທດ​ນຳ​ຫນ້າ​ກ່ຽວ​ກັບ​ຈຳນວນ​ໂຄງການ​ກໍ​ຄື​ຍອດ​ເງິນ​ລົງທຶນ. ຫລາຍ​ໂຄງການ​ FDI ຂອງ​ຍີ່ປຸ່ນ ​ໄດ້​ຮັບ​ການ​ຕີ​ລາຄາ​​ເໝາະ​ສົມ​ກັບ​ການ​ກຳ​ນົດທິດ​ດຶງ​ດູດ​ທຶນ FDI ຂອງ​ຫວຽດນາມ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ໂຄງການ​​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ຜົນ​ສະທ້ອນ​ເຖິງ​ພື້ນຖານ​ເສດຖະກິດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫວຽດນາມ ຄວນ​ຍູ້​ແຮງ​ວິວັດທະນາ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່, ສ້າງ​ເງື່ອນ​ໄຂ​ສືບ​ຕໍ່​ດຶງ​ດູດ​ເງິ​ນລົງທຶນ, ​ເປີດ​ກວ້າງ​ບັນດາ​ໂຄງການ FDI ຈາກ​ຍີ່ປຸ່ນ​. ​ໃນ​ລາຍການ​ເສດຖະກິດ​ພາກ​ນີ້ ​ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂອງ​ນັກ​ຂ່າວ​ໂຕ​ຕວນ + ຫງວຽນຮັ່ງ ທີ່​ພາດ​ຫົວ​ເລື່ອງ​ວ່າ: ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່​ຕິດ​ພັນ​ກັບ​ກາລະ​ໂອກາດ​ດຶງ​ດູດ​ທຶນ FDI ຈາກ ຍີ່​ປຸ່ນ.

        ທີ່​ວາລະ​ໂອ້​ລົມ​ສົນທະນາ​ດ້ວຍ​ເນື້ອ​ໃນ​ວ່າ:​“ສ້າງ​ໂຄງ​ປະກອບ​ພື້ໜຖານ​ເສດຖະກິດ​ຢູ່​ຫວຽດນາມ ​ແລະ ກາລະ​ໂອກາດ​ເພີ່ມ​ທະວີ​ແຫ​ລ່ງທຶນ FDI ຈາກ​ຍີ່​ປຸ່ນ” ຫາ​ກໍ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ, ມີ​ບັນຫາ​ຫນຶ່ງ​ຊື່​ງຜູ້​ແທນ​ຫວຽດນາມ ​ແລະ ຍີ່ປຸ່ນ​ສົນ​ໃຈ ນັ້ນ​ແມ່ນ ​ແກ້​ໄຂຄວາມ​ຫຍຸ້ງຍາກ​ເພື່ອ​ສືບ​ຕໍ່​ດຶງ​ດູດ​ບັນດາ​ໂຄງການ FDI ຂອງ​ຍີ່​ປຸ່ນ​ເຂົ້າ​ຫວຽດນາມ. ບັນດາ​ຕົວ​ເລກ​ນະ​ທີ່​ນີ້​ໃຫ້​ຮູ້​ວ່າ: ​ໄລ່​ມາ​ຮອດ​ເດືອນ 8/2013, ຍີ​ປຸ່ນ ຍັງ​ຄົງ​ແມ່ນ​ປະ​ເທດ​ນຳ​ຫນ້າ​ໃນ​ຈຳນວນ​ບັນດາ​ປະ​ເທດ​ລົງທຶນ​ເຂົ້າ​ຫວຽດນາມ ດ້ວຍ​ກວ່າ 2000 ​ໂຄງການ ດ້ວຍ​ຍອດ​ທຶນ​ຈົດ​ທະບຽນ​ກວ່າ 33 ຕື້ USD. ​ແຫ​ລ່ງທຶນ FDI ​ເຂົ້າ​ຫວຽດນາມ ຂອງ​ບັນດາ​ວິ​ສາ​ຫະກິດ​ຍີ່​ປຸ່ນ ​ພວມ​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ສຸມ​ໃສ່​ຕົ້ນຕໍ​ເຂົ້າ​ບັນດາ​ວິ​ສາ​ຫະກິ​ດຂະຫນາດ​ກາງ ​ແລະ ນ້ອຍ ຢູ່​ທັງ 3 ພາກ: ພາກ​ເຫນືອ,​ ພາກ​​ໃຕ້ ​ແລະ ພາກ​ກາງຫວຽດນາມ. ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ ດ້ວຍ​ການ​ຜັນ​ແປ​ຫລາຍ​ຢ່າງ​ຂອງ​ເສດຖະກິດ​ໂລກ ​ແລະ ພາກ​ພື້ນ, ມາ​ຮອດ​ປະຈຸ​ບັນ ບັນດາ​ໂຄງການ FDI ຂອງ​ຍີ່​ປຸ່ນ ​ເກືອບ​ທັງ​ໝົດ ຍັງ​ພັດທະນາ​ຢູ່,​ບາງ​ໂຄງການ​ເພີ່ມ​ເງິນ​ລົງທຶນ.​ ທ່ານ ຟານ​ຫື​ວທັງ, ນັກວິຊາການ​ກົມ​ລົງທຶນ​ຕ່າງປະ​ເທດ, ສັງກັດ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ຕີ​ລາຄາ​ວ່າ:

        “ປະຈຸ​ບັນ, ບັນດາ​ວິ​ສາ​ຫະກິດ ຍີ່​ປຸ່ນ ກວມ​ຈຳນວນ​ສ່ວນ​ຫລາຍ​ໃນ​ບັນດາ​ຂະ​ແຫນງ​ອຸດສາຫະກຳ​ເຕັກ​ໂລ​ໂຊີ​ສູງ ​ແລະ ປະດິດ​ສ້າງ. ສິ່ງ​ດັ່ງກ່າວ​ແມ່ນ​ສອດຄ່ອງ​ກັບ​ການ​ກຳນົດ​ທິດ​ດຶງ​ດູດ​ການ​ລົງທຶນ ຊື່​ງພວກ​ເຮົາ​ວາງ​ອອກ​ນັບ​​ແຕ່​ໄລຍະ​ຕົ້ນ, ນັ້ນ​ແມ່ນ​ຍົກ​ສູງ​ແຫ​ລ່ງທຶນ FDI ​ເຂົ້າ​ຫວຽດນາມ”

        ​ໄລ່​ມາ​ຮອດ​ເດືອນ 8/2013, ຍີ່​ປຸ່ນ ສືບ​ຕໍ່​ນຳ​ຫນ້າ​ຈຳນວນ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນກ່ຽວ​ກັບ​ການ​ດຶງ​ດູດ​ທຶນ FDI ​ເຂົ້າ​ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ໃຫມ່ ​ແລະ ​ເພີ່ມ​ເຕີມ​ແມ່ນ 4,35 ຕຶ້ USD, ກວມ 34,5% ​ໃນ​ຍອດ​ຈຳນວນ​ທຶນ  FDI 12,6 ຕື້ USD ຂອງ​ທັງ​ປະ​ເທດ. ສະ​ເພາະ​ໂຄງການ​ຂອງ​ບໍລິສັດ​ກັ່ນ​ນ້ຳມັນ ​ງີ​ເຊີນ ຈຳກັດ ​ເພີ່ມ​ທຶນ 2,8 ຕື້ USD ​ໄດ້​ປະກອບສ່ວນ​ນຳ​ແຂວງ ​ແທງ​ຮວາ ກາຍ​ເປັນ​ທ້ອງ​ຖິ່ນ​ນຳ​ຫນ້າ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ລົງທຶນ. ມາ​ຮອດ​ປະຈຸ​ບັນ, ອຸດສາຫະກຳ​ປຸງ​ແຕ່ງ, ປະດິດ​ສ້າງ ​ແລະ ບັນດາ​ຂະ​ແຫນງ​ເຕັກ​ໂນ​ໂລ​ຊີ​ສູງ ​ໄດ້​ກວມ​ກວ່າ 68% ຍອດ​ທຶນ​ຈົດ​ທະບຽນ FDI ຂອງ​ຍີ່​ປຸ່ນ ​ເຂົ້າ​ຫວຽດນາມ. ມີ​ວິ​ສາ​ຫະກິດ​ລົງທຶນ​ຂອງ​ຍີ່​ປຸ່ນ ຫລາຍ​ແຫ່ງ​ໄດ້​ຫັນ​ທິດ​ເຂົ້າ​ຂົງ​ເຂດ​ຜະລິດ​ເຕັກ​ໂນ​ໂລ​ຊີ​ສູງ, ຊອກ​ຫາ​ກຳ​ໄລ​ຢ່າງ​ຍາວ​ນານ, ສິ່ງ​ດັ່ງກ່າວ​ແມ່ນ​ສອດຄ່ອງ​ກັບ​ແຜນ​ນະ​ໂຍບາຍ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຫວຽດນາມ. ທ່ານ ຫວູຕຽນ​ໂລກ, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI) ​ໃຫ້​ຮູ້​ວ່າ:
        “ປະຈຸ​ບັນ ​ໃນ​ນະ​ໂຍບາຍ​ຂອງ​ລັດຖະບານ, ພວກ​ເຮົາ​ພວມ​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ຂົງ​ເຂດ​ຜະລິດ​ຢ່າງ​ແຂງ​ແຮງ, ພິ​ເສດ​ໃນ​ຂົງ​ເຂດ​ອຸດສາຫະກຳ, ​ເຕັກ​ໂນ​ໂລ​ຊີ​ສູງ. ຂ້າພະ​ເຈົ້າ​ຄິດ​ວ່າ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນ​ກຳນົດ​ທິດ​ລົງທຶນ​ຕົ້ນ​ຕໍ່​ເຂົ້າ​ຂົງ​ເຂດ​ການ​ຜະລິດ​ເຕັກ​ໂນ​ໂລ​ຊີ​ສູງ.”

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ສືບ​ຕໍ່​ດຶງ​ດູດ​ເງິນ​ລົງ​ທຶນ​ຂອງ​ຕ່າງປະ​ເທດ​ເວົ້າ​ລວມ, ​ໃນ​ນັ້ນ ມີ​ບັນດາ​ນັກ​ລົງທຶນ​ຍີ່​ປຸ່ນ, ຫວຽດນາມ ຄວນ​ສື​ບຕໍ່​ມານະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ​ເປັນ​ຕົ້ນ​ແມ່ນ​ເພີ່ມ​ທະວີ​ການ​ບຳລຸງ​ສ້າງ

​ແຫ​ລ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໃຫ້​ສົມບູນ​ແບບ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ຮັບ​ບັນດາ​ໂຄງການ​ລົງທຶນ. ທ່ານ ບູ່​ຍກວາງ​ວີ​ງ, ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໃຫ້​ຮູ້​ວ່າ: ລັດຖະບານ ຫວຽດນາມ ​ໄດ​້ກຳນົດ 3 ບັນຫາ​ຫລັກ​ແຫ​ລ່ງທີ່​ຕ້ອງ​ໄດ້​ຮັບ​ຄວາມ​ສົນ​ໃຈ, ນັ້ນ​ຄື: ປະຕິ​ຮູບ​ນະ​ໂຍບາຍ, ສ້າງ​ລະບົບ​ກອບ​ກົດໝາຍ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ຫວຽດນາມ ​ແລະ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເປັນ​ຢ່າງ​ດີ​ເພື່ອ​ດຶງ​ດູດ​ການ​ລົງທຶນ.

        “​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າ​ງປະ​ເທດ​ໃຫ້​ຫລາຍ​ກວ່າ, ຫວຽດນາມ ຈະ​ຫັນປ່ຽນ​ໂຄງປະກອບ​ເສດຖະກິດ​ຂອງ​ຕົນ​ຕາມ​ທິດ​​ເຕີບ​ໂຕ ອີງ​ໃສ່​ຄຸນ​ນະພາ​ບ, ​ເພີ​່ມກຳລັງ​ແກ້ງ​ແຍ້​ງນຳ​ໃຊ້​ສະມັດ​ຕະພາບ​ສັງ​ລວມຄື: ບັນຫາ​ລະດັບ​ຄຸ້ມ​ຄອງ, ສະມັດ​ຕະພາບ​ອອກ​ແຮງ​ງານ, ນຳ​ໃຊ້​ຄວາມ​ກ້າວຫນ້າ​ວິທະຍາສາດ​ເຕັກນິກ​ເພື່ອ​ເຮັດ​ໃຫ້​ຜະລິດ​ຕະພັນ​ມີ​ລັກສະນະ​ແກ້ງ​ແຍ້​ງກວ່າ. ຍູ້​ແຮງ​ການ​ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ​ຕາມ​ຄຸນ​ນະພາ​ບສູງ ​ແລະ ຕ້ອງ​ມີ​ພື້ນຖານ​ໂຄງ​ລ່າງ​ເປັນ​ຢ່າງ​ດີ​ເພື່ອ​ດຶງ​ດູດ​ເງິນ​ລົງທຶນ.”

        ທີ່​ວາລະ​​​ໂອ້​ລົມ​ສົນທະນາ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ​ຂັ້ນ​ສູງ ຫວຽດນາມ - ຍີ​ປຸ່ນ ຊື່​ງຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ດ້ວຍ​ເນື້ອ​ໃນ: ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່​ຢູ່ ຫວຽດນາມ ​ແລະ ກາລະ​ໂອກາດ​ເພີ່ມ​ທະ​ວີ​ແຫ​ລ່ງທຶນ FDI ຈາກ​ຍີ່​ປຸນ, ທ່ານ Daisuke Hiratsuka , ຮ​ອງປະ​ທານ​ບໍລິ​ຫານ​ອົງການ​ສົ່ງ​ເສີມ​ການ​ຄ້າ ຍີ່​ປຸ່ນ ​ໃຫ້​ຮູ້​ວ່າ : ພຽງ​ແຕ່​​ໃນ​ຮ​ອບໜື່ງປີ, ນັບ​ແຕ່​ເດ​ື​ອນ​ ເມສາ ປີ 2012 ຮ​ອດ ​ເດື​ອນ ມິ​ນາ ປີ 2013 ​​​ໄດ້​ມີ​ນັກ​ລົງທຶນ ຈຳນວນ 6.800 ຄົນ ມາ​ສຳ​ນັກ​ງານ​ຂ​ອງ JETRO ທີ່​ປະຈຳ​ຢູ່ ຮ່າ​​​ໂນ້ຍ​​​ເພື່​ອ​ໄດ້​ຮັບ​ຄຳ​ປຶ​ກສາ​ ການ​ລົງທຶນ​ເຂົ້າ​ຫວຽດນາມ. ຕົວ​​​ເລກ​ນີ້ ນັກ​ລົງທຶນ ຢູ່​ນະຄອນຫລວງ ​​ໂຮ່ຈີ່​ມິນ ​ແມ່ນປະ​ມານ 5.700 ຄົນ.  ສິ່ງ​ດັ່ງກ່າວ​ນີ້ ຢັ້ງຢືນ​ວ່າ : ບັນດາ ວິ​ສາ​ຫະກິ​ດ ຍີ່​ປຸ່ນ​ໄດ້​​ເອົາ​ໃຈ​ໃສ່​ຮອດ​ຫວຽດນາມ​ຢ່າງ​ແທ້​ຈິງ ​ແລ​ະ ຫວຽດນາມ ກ​ຳລັງ​ຢືນ​ຢູ່​ຕໍ່ໜ້າ​​​​ໂອ​ກາດ​​ໃຫຍ່​​ ເພື່​ອດຶງ​ດູດ ​ແຫ​ລ່ງທຶນ FDI ຈາກ​ຍີ່​ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ