ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ອິນເດຍນັບມື້ນັບພັດທະນາເຂັ້ມແຂງ

(VOVWORLD) - ການເດີນທາງໄປຢ້ຽມຢາມຄັ້ງນີ້ ສະແດງໃຫ້ເຫັນວ່າການນຳຫວຽດນາມຖືອິນເດຍເປັນສຳຄັນທີ່ສຸດ ແລະ ມີສະຫງວນຄວາມເອົາໃຈໃສ່ຢ່າງເລິກເຊິ່ງໃນການຊຸກຍູ້ສາຍພົວພັນຫວຽດນາມ - ອິນເດຍ.

ເມື່ອຕອບສຳພາດຕໍ່ນັກຂ່າວກ່ອນການເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ສາທາລະນະລັດ ອິນເດຍ ຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ໃນລະຫວ່າງວັນທີ 2 – 4 ມີນາ 2018, ທ່ານໂຕນຊິງແທ່ງ ເອກອັກຄະລັກຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳອິນເດຍ ໃຫ້ຮູ້ວ່າ: ການເດີນທາງໄປຢ້ຽມຢາມຄັ້ງນີ້ ສະແດງໃຫ້ເຫັນວ່າການນຳຫວຽດນາມຖືອິນເດຍເປັນສຳຄັນທີ່ສຸດ ແລະ ມີສະຫງວນຄວາມເອົາໃຈໃສ່ຢ່າງເລິກເຊິ່ງໃນການຊຸກຍູ້ສາຍພົວພັນຫວຽດນາມ - ອິນເດຍ. ການເດີນທາງໄປຢ້ຽມຢາມຄັ້ງນີ້ ແມ່ນໂອກາດທີ່ດີ ເພື່ອໃຫ້ການນຳສອງປະເທດຕີລາຄາບັນດາໝາກຜົນການຮ່ວມມືໃນໄລຍະຜ່ານມາ, ກຳນົດທິດທາງ ແລະ ມາດຕະການຕ່າງໆ ເພື່ອແນ່ໃສ່ຊຸກຍູ້ການພົວພັນຮ່ວມມືຍຸດທະສາດຮອບດ້ານທີ່ເລິກເຊິ່ງ ແລະ ແທດຈິງກວ່າ. ພິເສດ ແມ່ນຊຸກຍູ້ການຮ່ວມມື ແລະ ເພິ່ມທະວີຄວາມໄວ້ເນື້ອເຊື່ອໃຈກ່ຽວກັບດ້ານການເມືອງ; ເຮັດໃຫ້ສາຍພົວພັນດ້ານການປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບເລິກເຊິ່ງກວ່າເກົ່າ; ເປີດກ້ວາງການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການທ່ອງທ່ຽວ, ການແລກປ່ຽນວັດທະນາທຳ ແລະ ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງການຮ່ວມມືໃນຂົງເຂດການສຶກສາ - ເຕັກໂລໂນຢີໃຫ້ດີຂຶ້ນກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ