ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ​ ໄດ້​ຮັບ​ການ​ປັບ​ປຸງ ແລະ ເພີ່​ມ​ພູນ​​ຄູນ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ

(VOVWORLD) -  ຕອນຄ່ຳວັນທີ 01 ທັນວາ, ຢູ່ຮ່າໂນ້ຍ, ສະຖານທູດແຫ່ງ ສປປ ລາວ ປະຈຳ ຫວຽດນາມ ໄດ້ຈັດຕັ້ງງານລ້ຽງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ.
ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ​ ໄດ້​ຮັບ​ການ​ປັບ​ປຸງ ແລະ ເພີ່​ມ​ພູນ​​ຄູນ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ - ảnh 1ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ  ກ່າວຄຳເຫັນທີ່ງານລ້ຽງ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ປາດຖະໜາວ່າ ໃນໄລຍະຈະມາເຖິງ ສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ຈະຍືນຍົງຄົງຕົວ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ. ກ່າວຄຳເຫັນທີ່ງານລ້ຽງ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ເນັ້ນໜັກວ່າ: ດ້ວຍນະໂຍບາຍສະເໝີຕົ້ນສະເໝີປາຍ, ພັກ, ລັດ ຫວຽດນາມ ຍາມໃດກໍໃຫ້ບຸລິມະສິດຢ່າງສູງສຸດຕໍ່ການປັບປຸງ ແລະ ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ. ທ່ານນາງກ່າວວ່າ:

        “ໂດຍຜ່ານໄລຍະ 45 ປີ, ພາຍໃຕ້ການນຳພາຢ່າງສະຫຼາດສ່ອງໃສ ແລະ ປີຊາສາມາດຂອງພັກປະຊາຊົນປະຕິວັດ ລາວ, ປະຊາຊົນລາວບັນດາເຜົ່າ ຍາດໄດ້ຜົນງານທີ່ໃຫຍ່ຫຼວງຫຼາຍຢ່າງ, ຮອບດ້ານ ແລະ ມີຄວາມໝາຍສຳຄັນໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ. ຊີວິດການເປັນຢູ່ຂອງປະຊາຊົນ ລາວ ກໍໄດ້ຮັບການປົວແປງດີຂຶ້ນຢ່າງບໍ່ຢຸດຢັ້ງ, ການພົວພັນທາງການທູດໄດ້ຮັບການເປີດກວ້າງ, ທີ່ຕັ້ງບົດບາດຂອງປະເທດ ລາວ ອ້າຍນ້ອງກໍໄດ້ຍົກສູງຂຶ້ນບົນເວທີສາກົນຢ່າງບໍ່ຢຸດຢັ້ງ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມີຄວາມປະຕິຊົມຊື່ນ ແລະ ເອກອ້າງທະນົງໃຈຕໍ່ໄຊຊະນະອັນຍິ່ງໃຫຍ່, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ ເຊິ່ງບັນດາສະຫາຍບັນລຸໄດ້, ຖືນີ້ ແມ່ນຜົນສຳເລັດ ແລະ ຄວາມມ່ວນຊືນລວມຂອງສອງປະເທດ ຫວຽດນາມ - ລາວ.

ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ​ ໄດ້​ຮັບ​ການ​ປັບ​ປຸງ ແລະ ເພີ່​ມ​ພູນ​​ຄູນ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ - ảnh 2 ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ກ່າວຄຳເຫັນທີ່ງານລ້ຽງ (ພາບ: TTXVN)

ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ອວຍພອນໃຫ້ປະຊາຊົນລາວບັນດາເຜົ່າສືບຕໍ່ຍາດໄດ້ບັນດາໄຊຊະນະໃໝ່, ຍິ່ງໃຫຍ່ກວ່າອີກໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ; ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງ ພັກ ປະຊາຊົນປະຕິວັດ ລາວ ຢ່າງມີໄຊ, ກ້າວໄປສູ່ການຈັດກອງປະຊຸມໃຫຍ່ຄັ້ງທີ 11 ຂອງ ພັກ ປະຊາຊົນປະຕິວັດ ລາວ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ./.

ຕອບກັບ

ຂ່າວ/ບົດ​ອື່ນ