ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ ແລະ ຍິ່ງ​ໃຫຍ່​ຕໍ່​ການ​ພັດ​ທະ​ນາ​ຂ​ອງ​ແຕ່​ລະ​ປະ​ເທດ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ ຫງວຽນຮຸຍຕັງ ຢັ້ງຢືນວ່າ ສາຍພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ ມີບົດບາດສຳຄັນ ແລະ ຍິ່ງໃຫຍ່ທີ່ສຸດສຳລັບການພັດທະນາຂອງແຕ່ລະປະເທດ.
ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ ແລະ ຍິ່ງ​ໃຫຍ່​ຕໍ່​ການ​ພັດ​ທະ​ນາ​ຂ​ອງ​ແຕ່​ລະ​ປະ​ເທດ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ ຫງວຽນຮຸຍຕັງ (ພາບ: TTXVN)

ໂດຍໄດ້ຮັບຄໍາເຊື້ອເຊີນຈາກພະບາດສົມເດັດ ພະເຈົ້າມະຫາຊີວິດ Norodom Sihamoni, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກ ກຳປູເຈຍ ແຕ່ວັນທີ 21 – 22 ທັນວາ 2021. ເນື່ອງໃນໂອກາດນີ້, ເມື່ອຕອບສຳພາດນັກຂ່າວ ຫວຽດນາມ ກ່ຽວກັບສາຍພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງ ແລະ ຍາວນານ” ລະຫວ່າງສອງປະເທດ, ພິເສດໃນຈຸດເວລາທີ່ ຫວຽດນາມ ແລະ ກຳປູເຈຍ ພວມກະກຽມສະຫຼອງສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (24/6/1967 – 24/6/2022), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ ຫງວຽນຮຸຍຕັງ ຢັ້ງຢືນວ່າ ສາຍພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ ມີບົດບາດສຳຄັນ ແລະ ຍິ່ງໃຫຍ່ທີ່ສຸດສຳລັບການພັດທະນາຂອງແຕ່ລະປະເທດ.

        ມຸ່ງໄປເຖິງການສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ, ຫວຽດນາມ ແລະ ກຳປູເຈຍ ຈະຮັກສາ ແລະ ເສີມຂະຫຍາຍສາຍພົວພັນອັນດີງາມທາງດ້ານການເມືອງ ແລະ ເພີ່ມທະວີການພົວພັນຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ. ສອງປະເທດຈະຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດເສດຖະກິດຢ່າງບໍ່ຢຸດຢັ້ງ, ສ້າງກຳລັງໜູນໃໝ່ແກ່ການພັດທະນາຂອງແຕ່ລະປະເທດ ແລະ ກາຍເປັນແຫຼ່ງກຳລັງໜູນ ແລະ ປັດໄຈຮັບປະກັນການພັດທະນາແບບຍືນຍົງຂອງການພົວພັນສອງຝ່າຍ. /.

ຕອບກັບ

ຂ່າວ/ບົດ​ອື່ນ