ສາຍເຫດເບື້ອງຕົ້ນໃນກໍລະນີເຮືອບິນSU30-MK2ຖືກປະສົບໄພຍ້ອນເກີດເຫດໃນຫ້ອງຂັບ

ສາຍເຫດເບື້ອງຕົ້ນໃນກໍລະນີເຮືອບິນSU30-MK2ຖືກປະສົບໄພຍ້ອນເກີດເຫດໃນຫ້ອງຂັບ - ảnh 1
ເຮືອ​ບິນ SU30-MK2
ພາບ: vietbao.vn

(vovworld)-​ຕອນ​ບ່າຍ​ວັນ​ທີ 24/6, ເມື່ອ​ແຈ້ງ​ຂ່າວ​ຕໍ່ສື່ມວນ​ຊົນ​ກ່​ຽວ​ກັບ​ກໍ​ລະ​ນີ ເຮືອ​ບິນ SU30-MK2 ໝາຍ​ເລກ 8585 ແລະ ເຮືອ​ບິນ CASA 212 ໝາຍ​ເລກ 8983 ຖ​ືກ​ປະ​ສົບ​ໄພ, ພົນ​ໂທ ຫວໍ​ວັນ​ຕວນ, ຮອງ​ຫົວ​ຫນ້າ​​ກົມ​ໃຫຍ່ເສ​ນາ​ທິ​ການ​  ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໃຫ້​ຮູ້​ວ່າ: ພາຍ​ຫລັງ​ໄດ້​ຮັບ​ຂ່າວ​ບັນ​ດາ​ເຮືອ​ບິນ​ດັ່ງ​ກ່າວ​ຖືກ​ປະ​ສົບ​ໄພ, ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ລະ​ດົມ​ບັນ​ດາ​ກຳ​ລັງ​ທະ​ຫານ ແລະ ກຳ​ລັງ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ຈາກ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ກຳ​ລັງ​ກວດ​ກາ​ປະ​ມົງ, ກຳ​ປັ່ນ​ຂອງ​ຊາວ​ປະ​ມົງ ຮີບ​ເຮັ່ງ​ສົມ​ທົບ​ກັນ​ເພື່ອ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ຢູ່ 2 ເຂດ​ທະ​ເລ​ທີີ່ກວ້າງ​ໃຫຍ່ ​ໃນ ເງ້​ອານ - ແທງ​ຮ​ວາ ແລະ ຫາຍ​ຟ່ອງ. ພ້ອມ​ກັນ​ນັ້ນ ກະ​ຊວງ​ປ​ອ້ງ​ກັນ​ປະ​ເທດ​ໄດ້​ຕິດ​ຕໍ່​ກັບ​ຝ່າຍ​ຈີນ ສະ​ເຫນີ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ກຳ​ລັງ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ຂີດ​ຂັ້ນ ຫວຽດ​ນາມ - ຈີນ ຢູ່ ອ່າວ​ພາກ​ເຫນືອ. ມາ​ຮອດ​ປະ​ຈຸ​ບັນ ສຳ​ລັບ​ເຮືອ​ບິນ SU 30- MK 2 ແລະ ນັກ​ບິນ, ບັນ​ດາ​ກຳ​ລັງ​ຊອ​ກ​ຫາ​ກູ້​ໄພ​ກູ້​ຊີບ ກູ້​ເອົາ​ຊີ​ວິດ​ນັກ​ບິນ ຫງວຽນ​ຫືງ​ເກື່ອງ ແລະ ຊອກ​ເຫັນ​ຊາກ​ສົບ​ຂອງ​ນັກ​ບິນ ພັນ​ເອກ ເຈີນກວາງ​ຂາຍ.

ສ່ວນ​ເຮຶອ​ບິນ CASA 212 ແລະ ຈຸ​ບິນ, ບັນ​ດາ​ກຳ​ລັງ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ ຢັ້ງ​ຢືນ​ໄດ້​ວ່າ ເຮືອ​ບິນ​ຕົກ​ຢູ່​ບ່ອນ​ຫ່າງ​ໄກກັບ​ເສັ້ນ​ຂີດ​ຂັ້ນ​ທາງ​ທິດ​ຕາ​ເວັນ​ຕົກ​ປະ​ມານ 2,7 ໄມ​ທະ​ເລ,  ທາງ​ໃຕ້​ທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເກາະ​ແບກ​ລອງ​ຫວີ ປະ​ມານ 15 ໄມ​ທະ​ເລ.  ຢູ່​ເຂດນີ້ ກຳ​ລັງ​ກູ້​ໄພ​ກູ້​ຊີບ ​ໄດ້ຊອກ​ເຫັນ​ບັນ​ດາຊິ້ນ​ສ່ວນ​ເຮືອ​ບິນ ແລະ ຊ​າກ​ສົບ​ຂອງ​ບັນ​ດາ​ສະ​ມາ​ຊີກ​ໃນຈຸ​ບິນ.

ຕອບກັບ

ຂ່າວ/ບົດ​ອື່ນ