ສາດສະດາຈານອາເມ ລິກາ 3 ທ່ານໄດ້ຮັບ ລາງວັນໂນແບນ ເສດຖະກິດ 2013

ສາດສະດາຈານອາເມ ລິກາ 3 ທ່ານໄດ້ຮັບ ລາງວັນໂນແບນ ເສດຖະກິດ 2013 - ảnh 1
​ (ພາບ: vnexpress.net)

(vovworld)-​​​​ ​ ​ ລາງວັນ​ໂນ​ແບນ​ເສດຖະກິດ​ໄດ້​ມອບ​ໃຫ້​ສາດສະດາຈານ​ອາ​ເລິ​ກາ 3 ທ່ານ​ຄື:  Lars Peter Hansen, Eugene Fama ​ແລະ Robert Shiller. ສະພາ​ມະຫາບັນດິດ​ວິທະຍາສາດ​ຊູ​ແອດ ​ໃຫ້​ຮູ້​ວ່າ: ບັນດາ​ຜູ້​ໄດ້​ຮັບລາງວັນ​ໂນ​ແບນ​ເສດຖະກິດ 2013 ​​ໄດ້​ຮັບ​ການ​ເຊີດ​ຊູຍ້ອນ​ມີ​ການຄົ້ນຄ້ວາ​ທີ່​ມີ​ລັກສະນະ​ບຸກທະລຸ​ກ່ຽວ​ກັບ​ຕະຫຼາດ​ອະສັງຫາລິມະ​ຊັບ, ສ້າງ​ພື້ນຖານ​ໃຫ້​ແກ່​ຄວາມ​ຮູ້​ກ່ຽວ​ກັບ​ລາຄາ​ຊັບ​ສົມບັດ​ໃນ​ປະຈຸ​ບັນ. ການຄົ້ນຄ້ວາ​ຂອງ​ເຂົາ​ເຈົ້າສ່ວນ​ໜຶ່ງ​ແມ່ນອີງ​ຕາມການ​ຜັນ​ແປ​ໄພ​ອັນຕະລາຍ, ສ່ວນ​ໜຶ່ງ​ອີງ​ຕາມ​ທ່າ​ອ່ຽງການ​ກະທຳ ​ແລະ ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ທ້ອງ​ຕະຫຼາດ. ນັບ​ແຕ່​ປີ 1960, Eugene Fama ​ແລະ ຜູ້​ຮ່ວມ​ງານ​ຈຳນວນ​ໜຶ່ງ​ໄດ້​ເລີ່​ມພິສູດ​ວ່າ ລາຄາ​ໃບ​ຫຸ້ນ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໃນ​ໄລຍະ​ສັ້ນ​ໄດ້ ​ແລະ ຂ່າວ​ໃໝ່​ເຄີຍ​ກະທົບ​ເຖິງ​ລາຄາ​​ໃນຕະຫຼາດຢ່າງ​ໄວວາ. ການຄົ້ນພົບ​ຂອງ​ເຂົາ​ເຈົ້າມີ​ການ​ກະທົບ​ຕໍ່​ບັນດາ​ການຄົ້ນຄ້ວາພາຍ​ຫຼັງ​​ນັ້ນ ພ້ອມ​ທັງ​ກະທົບ​ເຖິງ​ວິທີ​ການ​ໝູນ​ໃຊ້​ໃນ​ຕະຫຼາດ. ຫຼັງ​ຈາກ​ນັ້ນ, ບັນດາ​ນັກຄົ້ນຄ້ວາ​ຍັງ​ຄົ້ນພົບ​ວ່າ ລາຄາ​ຊັບ​ສົມບັດ​ຈະ​ຄາ​ດຄະ​ເນ​ງ່າຍ​ກ່ວາ​ໃນ 2, 3 ປີ.

 

 

ຂ່າວ/ບົດ​ອື່ນ