ສາດສະດາຈານອາເມລິກາ ຍົກອອກຄວາມສຳຄັນຂອງການພົວພັນລະຫວ່າງອາຊຽນ-ອາເມລິກາ

(VOVWORLD) -ການພົວພັນຮ່ວມມືລະຫວ່າງອາຊຽນ ແລະ ອາເມລິກາ ໄດ້ມີບັນດາການປະກອບສ່ວນສຳຄັນໃຫ້ແກ່ສັນຕິພາບ ແລະ ການພັດທະນາແບບຍືນຍົງຂອງພາກພື້ນ.

 ເນື່ອງໃນໂອກາດຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຕາມຮູບການທາງອອນລາຍ ພາຍໃຕ້ການເປັນປະທານຂອງຫວຽດນາມ - ປະເທດດຳລົງຕຳແໜ່ງປະທານອາຊຽນ ໃນປີ 2020. ໃນການຕອບສຳພາດຕໍ່ນັກຂ່າວ, ທ່ານສາດສະດາຈານ  Surupa Gupta, ສັງກັດພະແນກວິທະຍາສາດການເມືອງ ແລະ ບັນຫາສາກົນ, ຂຶ້ນກັບມະຫາວິທະຍາໄລ Mary Washington, ໄດ້ຢືນຢັນວ່າ, ການພົວພັນຮ່ວມມືລະຫວ່າງອາຊຽນ ແລະ ອາເມລິກາ ໄດ້ມີບັນດາການປະກອບສ່ວນສຳຄັນໃຫ້ແກ່ສັນຕິພາບ ແລະ ການພັດທະນາແບບຍືນຍົງຂອງພາກພື້ນ. ອາເມລິກາ ໄດ້ຮັບຮອງເອົາບົດບາດເປັນໃຈກາງຂອງອາຊຽນ ໃນການແກ້ໄຂທຸກບັນຫາຢູ່ພາກພື້ນ. ກ່ຽວກັບແງ່ຫວັງຂອງການພົວພັນລະຫວ່າງອາຊຽນ - ອາເມລິກາ, ພິເສດແມ່ນພາຍຫຼັງການເລືອກຕັ້ງປະທານາທິບໍດີອາເມລິກາ 2020, ທ່ານສາດສະດາຈານ  Surupa Gupta, ໄດ້ຕີລາຄາວ່າ ການພົວພັນລະຫວ່າງ 2 ຝ່າຍພວມພັດທະນາຕາມທິດຕັ້ງໜ້າກວ່າ ນັບແຕ່ເມື່ອສ້າງຕັ້ງການພົວພັນຢ່າງເປັນທາງການ ແລະ ຈະສືບຕໍ່ໄດ້ຮັບການພັດທະນາກວ່ານີ້ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ