ສາດ​ສະ​ດາ​​ອີ​ຣານ ປະ​ຕິ​ເສດ​ຄວາມ​ອາດສາ​ມາດ​ໃນ​ການ​ເຈ​ລະ​ຈ​າ​ກັບ​ອາ​ເມ​ລິ​ກາ

(VOVWORLD) - ສາດສະດາອີຣານ Ali Khamenei ໄດ້ຖະແຫຼງວ່າ: “ອີຣານ ບໍ່ເຊື່ອໝັ້ນອາເມລິກາ. ອີຣານຈະບໍ່ຊ້ຳຄືນບັນດາບົດຮຽນທີ່ເຕັມໄປດ້ວຍຄວາມຂົມຂື່ນ ຈາກບັນດາການເຈລະຈາກ່ອນໜ້ານັ້ນໃນຂອບເຂດຂໍ້ຕົກລົງນິວເຄຼຍອີຣານ ໃນປີ 2015"
ສາດ​ສະ​ດາ​​ອີ​ຣານ ປະ​ຕິ​ເສດ​ຄວາມ​ອາດສາ​ມາດ​ໃນ​ການ​ເຈ​ລະ​ຈ​າ​ກັບ​ອາ​ເມ​ລິ​ກາ - ảnh 1ສາດສະດາ ອີຣານ Ali Khamenei ກ່າວຄຳເຫັນທີ່ ນະຄອນຫຼວງເຕເຮຣານ  ( ພາບ: AFP/TTXVN )

ອີຣານ ປະຕິເສດບໍ່ວ່າການເຈລະຈາໃດກັບ ອາເມລິກາ ກ່ຽວກັບບັນດາບັນຫາທີ່ບໍ່ລົງລອຍກັນລະຫວ່າງສອງປະເທດ. ວັນທີ 13 ມິຖຸນາ, ສາດສະດາ ອີຣານ Ali Khamenei ໄດ້ຍົກອອກຄຳຢັ້ງຢືນດັ່ງກ່າວທີ່ ເຕເຮຣານໃນການພົບປະກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ທີ່ພວມມີການຢ້ຽມຢາມປະເທດນີ້. ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ Shinzo Abe, ສາດສະດາອີຣານ Ali Khamenei ໄດ້ຖະແຫຼງວ່າ: “ອີຣານ ບໍ່ເຊື່ອໝັ້ນອາເມລິກາ. ອີຣານຈະບໍ່ຊ້ຳຄືນບັນດາບົດຮຽນທີ່ເຕັມໄປດ້ວຍຄວາມຂົມຂື່ນ ຈາກບັນດາການເຈລະຈາກ່ອນໜ້ານັ້ນໃນຂອບເຂດຂໍ້ຕົກລົງນິວເຄຼຍອີຣານ ໃນປີ 2015, ທີ່ມີຊື່ວ່າ ແຜນການກະທຳລວມຮອບດ້ານ (JCPOA) ”. ສາດສະດາອີຣານ ໄດ້ເນັ້ນໜັກວ່າ “ປະເທດທີ່ມີຄວາມເສລີ ແລະ ສະຫຼາດຈະບໍ່ຍອມຮັບການເຈລະຈາພາຍໃຕ້ກຳລັງດັນ”. ສາດສະດາ Ali Khamenei ໄດ້ຍົກອອກຄຳຖະແຫຼງດັ່ງກ່າວພາຍຫຼັງທ່ານປະທານາທິບໍດີ ອາເມລິກາ Donald Trump ຮຽກຮ້ອງການເຈລະຈາ ກັບ ເຕເຮຣານ ກ່ຽວກັບຂໍ້ຕົກລົງນິວເຄຼຍໃໝ່, ຢຸດຕິບັນດາການທົດລອງລູກສອນໄຟນຳວິຖິ ແລະ ຫຼຸດຜ່ອນຜົນສະທ້ອນຂອງປະເທດນີ້ໃນພາກພື້ນ. ເຖິງຢ່າງໃດກໍ່ຕາມອີຣານ ໄດ້ປະຕິເສດຂໍ້ສະເໜີນີ້ຂອງການນຳອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ