ສາ​ທາ​ລະ​ນະ​ລັດ ປາ​ລາ​ອູ ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ກັບ ຫວຽດ​ນາມ

(VOVWORLD) -ທ່ານປະທານາທິບໍດີ ປາລາອູ Surangel Whipps Jr. ມີຄວາມປະທັບໃຈຕໍ່ການພັດທະນາທາງດ້ານເສດຖະກິດຂອງ ຫວຽດນາມ ແລະ ຢາກຮ່ວມມືກັບ ຫວຽດນາມ ໃນບາງຂົງເຂດ ເປັນຕົ້ນແມ່ນ ກໍ່ສ້າງ, ພັດທະນາພື້ນຖານໂຄງລ່າງ, ການທ່ອງທ່ຽວ, ແຫຼ່ງຊັບພະຍາກອນມະນຸດ, ການຂຸດຄົ້ນສິນໃນນ້ຳ…
ສາ​ທາ​ລະ​ນະ​ລັດ ປາ​ລາ​ອູ ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ກັບ ຫວຽດ​ນາມ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫວູຮົ່ງນາມ ຕ້ອນຮັບ ແລະ ເຮັດວຽກກັບທ່ານ Ngiraibelas Tmetuchl ລັດຖະມົນຕີກະຊວງຊັບພະຍາກອນມະນຸດ, ວັດທະນະທຳ, ການທ່ອງທ່ຽວ ແລະ ພັດທະນາ (ພາບ: TTXVN)

ວັນທີ 7 ກັນຍາ, ຢູ່ໂຕກຽວ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫວູຮົ່ງນາມ ໄດ້ເຮັດວຽກກັບທ່ານ Ngiraibelas Tmetuchl ລັດຖະມົນຕີກະຊວງຊັບພະຍາກອນມະນຸດ, ວັດທະນະທຳ, ການທ່ອງທ່ຽວ ແລະ ພັດທະນາ ແລະ ທ່ານລັດຖະມົນຕີກະຊວງພື້ນຖານໂຄງລ່າງ Charles I. Obichang ພ້ອມກັບບາງສະມາຊິກສະພາແຫ່ງຊາດທີ່ມາຈາກສາທາລະນະລັດ ປາລາອູ, ເຊິ່ງເປັນປະເທດຕັ້ງຢູ່ທິດໃຕ້ ປາຊີຟິກ.

        ທີ່ການເຮັດວຽກ, ທ່ານລັດຖະມົນຕີ Ngiraibelas Tmetuchl ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ປາລາອູ Surangel Whipps Jr. ມີຄວາມປະທັບໃຈຕໍ່ການພັດທະນາທາງດ້ານເສດຖະກິດຂອງ ຫວຽດນາມ ແລະ ຢາກຮ່ວມມືກັບ ຫວຽດນາມ ໃນບາງຂົງເຂດ ເປັນຕົ້ນແມ່ນ ກໍ່ສ້າງ, ພັດທະນາພື້ນຖານໂຄງລ່າງ, ການທ່ອງທ່ຽວ, ແຫຼ່ງຊັບພະຍາກອນມະນຸດ, ການຂຸດຄົ້ນສິນໃນນ້ຳ… ທ່ານກໍໃຫ້ຮູ້ວ່າ ຢາກສ້າງຕັ້ງສາຍການບິນໂດຍກົງ ກັບ ຫວຽດນາມ ເພື່ອອຳນວຍຄວາມສະດວກແກ່ການພັດທະນາການທ່ອງທ່ຽວ ແລະ ຢາກຮັບສະໝັກແຮງງານ ຫວຽດນາມ ໄປເຮັດວຽກຢູ່ປະເທດນີ້, ພິເສດ ໃນຂົງເຂດກໍ່ສ້າງ, ພື້ນຖານໂຄງລ່າງ ແລະ ການປະມົງສິນໃນນ້ຳ.

        ສ່ວນທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ເນັ້ນໜັກວ່າ ສອງປະເທດຕ້ອງສືບຕໍ່ປຶກສາຫາລື ແລະ ແລກປ່ຽນກ່ຽວກັບບັນດາມາດຕະການຮ່ວມມືເພື່ອສ້າງເປັນບົດບັນທຶກຊ່ວຍຈຳ ຫຼື ຂໍ້ຕົກລົງຮ່ວມມືຮອບດ້ານ, ເນື່ອງຈາກນັ້ນ ຍູ້ແຮງການຮ່ວມມືດ້ານການເມືອງ, ການຄ້າ ແລະ ການຮ່ວມມືກ່ຽວກັບແຫຼ່ງຊັບພະຍາກອນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ