ສາທາລະນະລັດSeychellesຫນູນຊ່ວຍຮ່າໂນ້ຍກຳຈັດສິ່ງເສດເຫລືອດ້ວຍເຕັກໂນໂລຊີອາຍແກສ

(VOVWORLD) -ຕອນບ່າຍວັນທີ 27 ທັນວາ, ທ່ານປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ຫງວຽນດຶກຈູງ ໄດ້ມີການເຮັດວຽກກັບ ທ່ານ Nico Barito, ຜູ້ຊ່ວຍວຽກປະທານາທິບໍດີ ສາທາລະນະລັດ Seychelles ກ່ຽວກັບໂຄງການກຳຈັດສິ່ງເສດເຫລືອຕາມເຕັກໂນໂລຊີອາຍແກສ plasma ຢູ່ ຮ່າໂນ້ຍ. 

ສາທາລະນະລັດSeychellesຫນູນຊ່ວຍຮ່າໂນ້ຍກຳຈັດສິ່ງເສດເຫລືອດ້ວຍເຕັກໂນໂລຊີອາຍແກສ - ảnh 1 ທ່ານປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ຫງວຽນດຶກຈູງ ເຮັດວຽກກັບ ທ່ານ Nico Barito, ຜູ້ຊ່ວຍວຽກປະທານາທິບໍດີ ສາທາລະນະລັດ Seychelles

ພາບ:baomoi.com

ທີ່ການເຮັດວຽກ, ທ່ານ Nico Barito ໃຫ້ຮູ້ວ່າ: Seychelles  ມີແນວຄວາມຄິດເລີ່ມຕົ້ນໂຄງການກໍ່ສ້າງໂຮງງານກຳຈັດສິ່ງເສດເຫລືອ ຢູ່ ຕ໋າແທງອວຍ ຮ່າໂນ້ຍ ດ້ວຍການຫນູນຊ່ວຍ ທຶນ ແລະ ເຕັກໂນໂລຊີ ຈາກ Seychelles. ທ່ານ ຫງວຽນດຶກຈູງ ປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ຕີລາຄາສູງ ເຕັກໂນໂລຊີ ອາຍແກສ ຊື່ງຜູ້ຊ່ວຍວຽກປະທານາທິບໍດີ ສ. Seychelles ຍົກອອກມາ ແລະ ສະເຫນີ Seychelles ສຳເລັດສຳເນົາເອກະສານລົງທຶນໂຄງການ ເພື່ອໝູນໃຊ້ໂດຍໄວ ບໍ່ພຽງແຕ່ຢູ່ ຮ່າໂນ້ຍ ເທົ່ານັ້ນ ຫາກຍັງຢູ່ບັນດາແຂວງ, ນະຄອນອື່ນໃນທົ່ວປະເທດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ