ສາທາລະນະລັດເຊັກໂກຖືປະຊາຄົມຊາວຫວຽດນາມເປັນສ່ວນໜຶ່ງບໍ່ອາດຕັດແຍກອອກຈາກສັງຄົມເຊັກໂກໄດ້

ສາທາລະນະລັດເຊັກໂກຖືປະຊາຄົມຊາວຫວຽດນາມເປັນສ່ວນໜຶ່ງບໍ່ອາດຕັດແຍກອອກຈາກສັງຄົມເຊັກໂກໄດ້          - ảnh 1
(ພາບປະກອບ)

(vovworld) –​ ຊາວ​ຫວຽດ​ນາມ ຢູ່ ສາ​ທາ​ລະ​ນະ​ລັດ​ເຊັກໂກ ​​ດຳ​ເນີນ​ທຸ​ລະ​ກິດ ​ຖືກ​ຕາມ​ກົດ​ໝາຍ​ ​​ປະ​ເທດ​ປະ​ຈຳ ​ແລະ ບັນ​ດາ​ຂໍ້​ມູນ​ຂ່າວ​ ກ່ຽວ​ກັບຊາວ​ຫວຽດ​ນາມ ດຳ​ເນີນ​ທຸ​ລະ​ກິດ ບໍ່​​ເສຍ​​​ພາ​ສີ ແມ່ນບໍ່​​ມີ​ມູນ​ຄວາມ​ຈິງ. ນີ້​ແມ່ນ​ການ ຢັ້ງ​ຢືນ​ຂອງ​ ທ່ານ Andrej Babis ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ເຊັກ​ໂກ ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ​ຖືກດຳ​ເນີນ​ ໃນ​ວັນ​ທີ 12/6 ຢູ່​ນະ​ຄອນຫຼວງ Praha ແນະ​ນຳ​ ກົດ​ໝາຍ​ວ່າ​ດ້ວຍ​ ສະ​ຖິ​ຕິ​ລາຍ​ຮັບ ເອ​ເລັກ​ໂຕ​ນິກ (EET) ໃນ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ​​ຊຶ່ງຄາດ​ຄະ​ເນວ່າ​ ຈະ​ໄດ້​ປະ​ຕິ​ບັດ​​ໃນ​ທ້າຍ​ປີນີ້. ທ່ານ ລັດ​ຖະ​ມົນ​ຕີ Andrej Babis ໃຫ້​ຮູ້​ວ່າ: ສາທາ​ລະ​ນະ​ລັດ​ເຊັກ​ໂກ ຍາມ​ໃດ​ກໍ່​ຖືປະ​ຊາ​ຄົມຊາວ​ຫວຽດ​ນາມ ເປັນ​ສ່ວນ​ໜຶ່ງ​ທີ່ບໍ່​​ອາດ​ຕັດ​ແຍກ​ອອກ​ຈາກ​ສັງ​ຄົມ​ເຊັກ​ໂກໄດ້.

        ທີ່ກອງ​ປະ​ຊຸມສຳ​ມະ​ນາ, ບັນ​ດາ​ນັກ​ຊ່ຽວ​ຊານ​ມາຈາກ ກະ​ຊວງ​ກາ​ນ​ເງິນ​​ເຊັກໂກ ອະ​ທິ​ບາຍ​ຮູ​ບແບບເຊື່ອມ​ຕໍ່ດ້ານເອ​ເລັກ​ໂຕ​ນິກ. ການເຊື່ອມຕໍ່​ລາຍ​ຮັບ​ເອ​ເລັກ​ໂຕ​ນິກ (ຫຼື​ເອີ້ນ​ວ່າ EET) ເປັນ​ຮູບ​ການ​ວິ​ສາ​ຫະ​ກິດ​ເຊື່ອມ​​ຕໍ່​ລະ​ບົບຄິດ​ໄລ່ ເຖິງ​ບັນ​ດາ ​ຫ້ອງ​​ການ​ສ່ວຍ​ສາ​ອາ​ກອນ ​ຂື້ນ​ກັບ​ກະ​ຊວງ​ການ​ເງິນ. ນີ້​ເປັນ​ເຄື່ອງ​ມື​ຊ່ວຍ​ໃຫ້ ​ກະ​ຊວ​ງ​ການ​ເງິນ ຄຸ້ມ​ຄ​ອງ​ແຫຼ່ງ​ລາຍ​ຮັບ​ງົບ​ປະ​ມານ ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ, ຕ້ານ​ການ​ຮົ່ວ​ໄຫຼ​​ຄ່າ​ເສຍພາ​ສີ. ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນ​າມ ພ​ວມ​ຕັ້ງ​ໜ້າ​ກະ​ກຽມ​ ໃຫ້​ແກ່ການ​ເຊື່ອມ​​ຕໍ່ ກັບ​ອົງ​ການ​​ສ່ວຍ​ສາ​ອາ​ກອນ ຂອງ​ສາ​ທາ​ລະ​ນະ​ລັດ​ເຊັກ​ໂກ.

ຂ່າວ/ບົດ​ອື່ນ